ນີ້ແມ່ນການຢັ້ງຢືນຂອງທ່ານ James Cleverly ລັດຖະມົນຕີການຕ່າງປະເທດອັງກິດ ເມື່ອ ທ່ານ ໄປປະຕິບັດງານຢູ່ບັນດາປະເທດອາຊີ, ລວມມີ ຍີ່ປຸ່ນ, ສ.ເກົາຫຼີ ແລະສິງກະໂປ ໃນອາທິດນີ້.

leftcenterrightdel
ອັງກິດ ຊຸກຍູ້ບັນດາໂຄງການຮ່ວມມືສີຂຽວ ກັບອາຊຽນ. ພາບ: ADB

ເພີ່ມທະວີຄວາມສາມາດເຂົ້າເຖິງການເງິນ, ໜູນຊ່ວຍບັນດາພື້ນຖານໂຄງລ່າງແບບຍືນຍົງ ຄື ພະລັງງານທົດແທນ, ການຄົມມະນາຄົມສະອາດ ຫຼື ພື້ນຖານໂຄງລ່າງຕົວເມືອງຢູ່ບັນດາປະເທດອາຊຽນ ແມ່ນບຸລິມະສິດຂອງລັດຖະບານອັງກິດ ເພື່ອແນໃສ່ເຮັດໃຫ້ການພົວພັນລະຫວ່າງອັງກິດ ແລະບັນດາຄູ່ຮ່ວມມືໃນພາກພື້ນ ເລິກເຊິ່ງຂຶ້ນຕື່ມ. ຫວ່າງມໍ່ມາໆນີ້ ອັງກິດ ແລະທະນາຄານພັດທະນາອາຊີ (ADB) ກໍ່ໄດ້ເຊັນບົດບັນທຶກຊ່ວຍຈໍາ ວ່າດ້ວຍການກໍ່ສ້າງກອງທຶນ Trust ທີ່ມີມູນຄ່າ 107 ລ້ານປອນ (ປະມານ 134 ລ້ານໂດລາສະຫະລັດ) ແນໃສ່ໜູນຊ່ວຍຄວາມມານະພະຍາຍາມຂອງອາຊຽນ ໃນການເປີດກວ້າງຂອບເຂດການເງິນສີຂຽວ ແລະຫັນໄປສູ່ການພັດທະນາການປ່ອຍກາກບອນຕໍ່າ, ປັບຕົວກັບດິນຟ້າອາກາດ.

ໃນການຢ້ຽມຢາມເຖິງພາກພື້ນອາຊີ ໃນອາທິດນີ້, ທ່ານ James Cleverly ລັດຖະມົນຕີການຕ່າງປະເທດອັງກິດ ກໍ່ໃຫ້ຮູ້ວ່າ: “ລັດຖະບານ ອັງກິດ ມີຈຸດປະສົງຢາກສະຫງວນ 542,3 ລ້ານໂດລາສະຫະລັດ ຜ່ານກອງທຶນພັດທະນາອັງກິດ ໃຫ້ແກ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ໃນໄລຍະ 5 ປີຕໍ່ໜ້າ. ພວກຂ້າພະເຈົ້າ ຈະຮ່ວມມືກັບບັນດາຄູ່ຮ່ວມມືພາກລັດ-ພາກເອກະຊົນ  ໃນພາກພື້ນ ເພື່ອໜູນຊ່ວຍບັນດາໂຄງການພື້ນຖານໂຄງລ່າງສີຂຽວທີ່ມີຄຸນນະພາບ ຢູ່ ອິນໂດເນເຊຍ, ຫວຽດນາມ, ຟີລິບປິນ, ກໍາປູເຈຍ ແລະລາວ”.

ຫວ່າງແລ້ວນີ້, ທ່ານນາງ Retno Maurdi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ຢັ້ງຢືນວ່າ, ອາຊຽນ ໃຫ້ຄໍາໝັ້ນສັນຍາຢ່າງແຮງ ເພື່ອບັນລຸໃຫ້ໄດ້ເປົ້າໝາຍການຫຼຸດປະລິມານການປ່ອຍ CO2 ໃຫ້ເປັນສູນທຽບເທົ່າສູນ (Net Zero) ແລະພັດທະນາພື້ນຖານໂຄງລ່າງທີ່ປັບຕົວກັບດິນຟ້າອາກາດ. ເພື່ອບັນລຸໄດ້ວິໄສທັດນີ້, ອາຊຽນ ຕ້ອງລົງທຶນສີຂຽວທີ່ມີມູນຄ່າ 3.000 ຕື້ໂດລາສະຫະລັດ ຮອດປີ 2030. ທ່ານນາງ ກໍ່ຢັ້ງຢືນວ່າ ກອງທຶນການເງິນສີຂຽວ ອາຊຽນ (ACGF) - ລາຊະອານາຈັກອັງກິດ ຈະແມ່ນການເປີດສາກທີ່ດີເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືໃນພື້ນຖານເສດຖະກິດສີຂຽວ ຢູ່ພາກພື້ນ.

ໂດຍ: ໄຊຊະນະ