leftcenterrightdel
ທ່ານ Robert Wood ຮອງຜູ້ຕາງໜ້າອາເມລິກາ ປະຈຳ ສປຊ ຢັບຢັ້ງຮ່າງມະຕິຂອງສະພາຄວາມໝັ້ນຄົງ ສປຊ. ພາບ: THX/ສໍານັກຂ່າວສານຫວຽດນາມ

ໝາກຜົນໃຫ້ເຫັນວ່າ  ມີບັດສະໜັບສະໜູນ 12 ບັດ, ບັດຂາວ 2 ບັດ ແລະ ບັດຄ້ານ 1 ບັດຂອງອາເມລິກາ. ສຳລັບບັດຢັບຢັ້ງຂອງປະເທດອາເມລິກາ ກຳມະການຖາວອນ, ສະພາຄວາມໝັ້ນຄົງ ສປຊ ບໍ່ສາມາດຮັບຮອງເອົາຮ່າງມະຕິດັ່ງກ່າວໄດ້ ເພື່ອແນໃສ່ສະເໜີແນະໃຫ້ສະມັດຊາໃຫຍ່ ສປຊ ຈັດກອງປະຊຸມຄົບຄະນະ ເພື່ອປ່ອນບັດກ່ຽວກັບຂໍ້ສະເໜີຍົກຖານະນັກສັງເກດການຂອງ ປາແລດສະຕິນ ກາຍເປັນສະມາຊິກທາງການຂອງອົງການ ນີ້.

ພາຍຫຼັງປະກາດໝາກຜົນການປ່ອນບັດ, ຜູ້ຕາງໜ້າຝ່າຍ ປາແລັດສະຕິນ ໄດ້ຕຳໜິຕິຕຽນ ການຢັບຢັ້ງຂອງ ອາເມລິກາ. ສ່ວນທ່ານເອກອັກຄະລັດຖະທູດ Vassily Nebenzia ຫົວໜ້າຄະນະຜູ້ຕາງໜ້າ ສະຫະພັນ ລັດເຊຍ ປະຈຳ ສປຊ ໄດ້ປະກາດວ່າ ມີປະຊາຄົມສາກົນໃນປັດຈຸບັນເປັນສ່ວນຫຼາຍລ້ວນແຕ່ສະໜັບສະໜູນ ປາແລັດສະຕິນເຂົ້າເປັນສະມາຊິກທາງການຂອງ ສປຊ ແລະ ບັດຢັບຢັ້ງຂອງ ອາເມລິກາ ມີແຕ່ເຮັດໃຫ້ປະເທດນີ້ຕົກຢູ່ສະພາບການໂດດດ່ຽວຕື່ມອີກ. ຕາມທ່ານແລ້ວ, ນີ້ກໍ່ແມ່ນຄັ້ງທີ 5 ທີ່ອາເມລິກາ ປະຕິເສດ ຮ່າງມະຕິຂອງສະພາຄວາມໝັ້ນຄົງ ສປຊ ນັບແຕ່ເວລາການປະທະກັນຄັ້ງຫຼ້າສຸດທີ່ເກີດຂຶ້ນຢູ່ເຂດກາຊາ.

ແຫຼ່ງຄັດຈາກ: vovworld.vn