leftcenterrightdel
ເວລາຈັດການເລືອກຕັ້ງສະພາຕ່ຳ ອິນເດຍ ປີ 2024 ນີ້ ກໍ່ໄດ້ຮັບຖືວ່າແມ່ນສະຖິຕິ, ແກ່ຍາວເຖິງ 44 ວັນ. ພາບ: ANI

ການເລືອກຕັ້ງສະພາຕ່ຳ ອິນເດຍ ປີ 2024 ໄດ້ເລີ່ມຈັດຂຶ້ນໃນວັນທີ 19 ເມສາ. ດ້ວຍເລື່ອງແກ່ຍາວເວລາປ່ອນບັດເລືອກຕັ້ງ (ແຕ່ວັນທີ 19 ເມສາ - 1 ມິຖຸນາ) ແລະມີການເຂົ້າຮ່ວມຂອງຜູ້ທີ່ມີສິດເລືອກຕັ້ງເກືອບ 1 ຕື້ຄົນ, ການເລືອກຕັ້ງປີນີ້ໄດ້ຮັບຖືວ່າແມ່ນໃຫຍ່ທີ່ສຸດໃນປະຫວັດສາດຂອງໂລກ.

ການເລືອກຕັ້ງທົ່ວປະເທດຈະຄັດເລືອກເອົາສະມາຊິກລັດຖະສະພາໃຫ້ 543 ທີ່ນັ່ງຢູ່ສະພາຕ່ຳ ອິນເດຍ ຊຸດໃໝ່, ກ່ອນທີ່ສະພາຕ່ຳຊຸດນີ້ສິ້ນສຸດອາຍຸການໃນວັນທີ 16 ມິຖຸນາ. ໃນການເລືອກຕັ້ງທົ່ວປະເທດຄັ້ງນີ້, ມີບາງລັດ ແລະເຂດແຄວ້ນລະຫວ່າງລັດຢູ່ ອິນເດຍ ກໍ່ຈະຈັດການປ່ອນບັດໃນຈຸດເວລາດຽວກັນເພື່ອເລືອກຕັ້ງສະພາທ້ອງຖິ່ນຊຸດໃໝ່.

ເວລາຈັດການເລືອກຕັ້ງສະພາຕ່ຳ ອິນເດຍ ປີ 2024 ນີ້ ກໍ່ໄດ້ຮັບຖືວ່າແມ່ນສະຖິຕິ, ແກ່ຍາວເຖິງ 44 ວັນ. ດ້ວຍເນື້ອທີ່ດິນກວ້າງໃຫຍ່, ມີປະຊາກອນຫຼາຍທີ່ສຸດໃນໂລກ, ອິນເດຍ ຕ້ອງລະດົມແຫຼ່ງກຳລັງປ້ອງກັນຄວາມສະຫງົບຢ່າງສູງສຸດເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະຄວາມສະຫງົບໃຫ້ເວລາດຳເນີນການເລືອກຕັ້ງ.

ແຫຼ່ງຄັດຈາກ: vovworld.vn