leftcenterrightdel
ຜູ້ຖືກບາດເຈັບພາຍຫຼັງເຫດການ .ພາບ:brecorder

ຕຳຫຼວດ ອາບການິດສະຖານ ໃຫ້ຮູ້ວ່າ: ຢ່າງໜ້ອຍສຸດມີ 19 ຄົນເສຍຊີວິດ ແລະ ອີກ 29 ຄົນຖືກຮັບບາດເຈັບໃນເຫດວາງລະເບີດສະຫຼະຊີບເລັງໃສ່ຮາກຖານການສຶກສາຢູ່ນະຄອນຫຼວງ Kabul ໃນຕອນເຊົ້າວັນທີ 30 ກັນຍາ. ຕາມໂຄສົກຂອງຕຳຫຼວດ Khalid Zadran ແລ້ວ, ເຫດການເກີດຂຶ້ນໃນຂະນະທີ່ນັກຮຽນພວມກະກຽມເຂົ້າຮ່ວມການສອບເສັງຢູ່ຮາກຖານການສຶກສາ Kaj, ນອນໃນເຂດມີຊາວອິດສະລາມ ນິກາຍ Shiite ປະຊາຄົມຊາວ Hazara ຢູ່ທາງທິດຕາເວັນຕົກຂອງນະຄອນຫຼວງ. ທ່ານ Abdul Nafy Takor, ໂຄສົກກະຊວງພາຍໃນ ໃຫ້ຮູ້ວ່າ ກຳລັງປ້ອງກັນຄວາມສະຫງົບມີໜ້າຢູ່ສະຖານທີ່ເກີດເຫດ. ຊາວ Hazara ນິກາຍ Shiite ເຄີຍເປັນເປົ້າໝາຍຖືກບຸກໂຈມຕີຂອງອົງການ “ລັດອິດສະລາມ” (IS) ຂະໜານນາມເອງ. ການບຸກໂຈມຕີຫຼາຍຄັ້ງເກີດຂຶ້ນຢູ່ເຂດນີ້, ເລັງໃສ່ເດັກນ້ອຍ, ແມ່ຍິງ ແລະ ບັນດາໂຮງຮຽນ. ປີກາຍນີ້, ຢ່າງໜ້ອຍສຸດມີ 85 ຄົນຖືກເສຍຊີວິດ.

ແຫຼ່ງຄັດຈາກ: vovworld.vn