ຕາມຄະນະກຳມະການສືບສວນສອບສວນລັດເຊຍ ແລ້ວ, ຈຳນວນຜູ້ຖືກເສຍຊີວິດໃນເຫດຍິງປືນຢູ່ໂຮງຮຽນເລກ 88 ຢູ່ Izhevsk, Udmurtia, ປະເທດລັດເຊຍ ໃນວັນທີ 26 ກັນຍາ ໄດ້ຂຶ້ນເຖິງ 13 ຄົນ, ໃນນັ້ນມີຜູ້ໃຫຍ່ 6 ຄົນ ແລະ ເດັກນ້ອຍ 7 ຄົນ. ຈຳນວນຜູ້ຖືກຮັບບາດເຈັບແມ່ນ 21 ຄົນ, ໃນນັ້ນມີເດັກນ້ອຍ 14 ຄົນ. ຜູ້ປະສົບເຄາະຮ້າຍທັງໝົດໄດ້ສົ່ງໄປເຖິງບັນດາຮາກຖານການແພດ. Udmurtia ໄດ້ໄຫວ້ອາໄລບັນດາຜູ້ປະສົບເຄາະຮ້າຍແຕ່ມື້ນີີ້ຮອດວັນທີ 29 ກັນຍາ.

leftcenterrightdel
ລົດສຸກເສີນໄດ້ຄົນສົ່ງຄົນເຈັບອອກຈາກສະຖານທີ່ເກີດເຫດໄປໂຮງໝໍ. ພາບ: Ria Novosti

ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ V.Putin ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງຍາດຕິພີ່ນ້ອງຂອງບັນດາຜູ້ຖືກເສຍຊີວິດໃນເຫດຍິງປືນນີ້. ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ກໍ່ໄດ້ຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງບັນດາຜູ້ປະສົບເຄາະຮ້າຍ ແລະ ຮັບປະກັນວ່າຜູ້ປະສົບເຄາະຮ້າຍທຸກຄົນຈະໄດ້ຮັບຄວາມຊ່ວຍເຫຼືອ.

ມືປືນໄດ້ຂ້າຕົວຕາຍ. ຕາມຂໍ້ມູນທີ່ເກັບກຳມາໄດ້ມືປືນຊື່ Artem Kazantsev, ອາຍຸ 34 ປີ, ເປັນຊາວທ້ອງຖິ່ນ, ແມ່ນອະດີດນັກຮຽນໂຮງຮຽນເລກ 88. ຄະນະກຳມະການສືບສວນສອບສວນລັດເຊຍ ໄດ້ດຳເນີນການສັ່ງຟ້ອງຄະດີທາງອາຍາ. ການສືບສວນໂດຍຫ້ອງ ການສູນກາງຂອງຄະນະກຳມະການສືບສວນຈະປະຕິບັດ.

ແຫຼ່ງຄັດຈາກ vovworld.vn