leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Joe Biden. (ພາບ: The White House)

ວັນທີ 25 ກັນຍາ, ເວັບໄຊ Thai PBS (ຂອງໄທ) ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) ຢູ່ ບາງກອກ ໃນເດືອນພະຈິກ ຈະມາເຖິງ. ຕາມນັ້ນແລ້ວ, ທຳນຽບຂາວ ໄດ້ແຈ້ງໃຫ້ສະຖານທູດ ໄທ ປະຈຳ ວໍຊິງຕັນ ດີຊີ ຊາບວ່າ, ທ່ານປະທານາທິບໍດີ Joe Biden ຈະຈັດສົ່ງທ່ານນາງຮອງປະທານາທິບໍດີ Kamala Harris ຕາງໜ້າທ່ານ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໃນລະຫວ່າງວັນທີ 18-19 ພະຈິກ ຈະມາເຖິງ.

ກອງປະຊຸມສຸດຍອດ APEC ດຳເນີນຢູ່ສູນສາກົນ Queen Sirikit ທີ່ນະຄອນຫຼວງບາງກອກ. ຊະອຸດີ ອາຣັບເບຍ ຈະເປັນປະເທດເຂດຕາເວັນອອກກາງທຳອິດ ເຂົ້າຮ່ວມກອງປະຊຸມສຸດຍອດ APEC ດ້ວຍຖານະເປັນແຂກຖືກເຊີນຂອງປະເທດເຈົ້າພາບ.

ແຫຼ່ງຄັດຈາກ vovworld.vn