leftcenterrightdel
ອາເມລິກາ ປະເຊີນໜ້າກັບການຕີລາຄາຂອງສະຫະປະຊາຊາດ ໃນເລື່ອງຕ້ານການຈຳແນກເຊື້ອຊາດຜິວພັນ. ພາບປະກອບ: AP/ສໍານັກຂ່າວສານຫວຽດນາມ.

ບັນດາວາລະອະພິປາຍແກ່ຍາວຮອດວັນທີ 12 ສິງຫາ ແລະ ແກ້ໄຂຫຼາຍບັນຫາ, ໃນນັ້ນມີເລື່ອງຕຳຫຼວດເຂັນຂ້າຜິວສີ, ສະພາບຂາດຄວາມສະເໝີພາບໃນການສຳຜັດກັບການສຶກສາ, ເຮືອນຢູ່ ແລະ ສະພາບແວດລ້ອມທີ່ປອດໂປ່ງ.

ອາເມລິກາ ຈັດສົ່ງຄະນະຜູ້ແທນລວມມີສະມາຊິກ 23 ຄົນເຂົ້າຮ່ວມວາລະອະພິປາຍຢູ່ ເຊີແນວ ແລະ ຕອບຄຳຖາມຂອງບັນດາສະມາຊິກ CERD, ເຊິ່ງແມ່ນຜູ້ທີ່ຈະຍົກອອກຂໍ້ສະຫຼຸບຂອງເຂົາເຈົ້າໃນວັນທີ 30 ສິງຫາ ຈະມາເຖິງ. ໃນຖະແຫຼງການ, ອຳນາດການປົກຄອງຂອງປະທານາທິບໍດີ Joe Biden ເນັ້ນໜັກວ່າ ເຂົາເຈົ້າໃຫ້ຄຳໝັ້ນສັນຍາແກ້ໄຂບັນດາສິ່ງທ້າທາຍຈາກສະພາບຈຳແນກເຊື້ອຊາດຜິວພັນຢ່າງເປັນລະບົບ ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ແຫຼ່ງຄັດຈາກ: vovworld.vn