ວັນທີ 29 ມິຖຸນາ, ກອງປະຊຸມສຸດຍອດອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢູ່ Madrid (ແອັດສະປາຍ) ໄດ້ອອກຖະແຫຼງການຮ່ວມໂດຍຊີ້ແຈ້ງວ່າ ບັນດາການນຳຂອງກຸ່ມໄດ້ເຫັນດີເປັນເອກະພາບກ່ຽວກັບຄຳນິຍາມຍຸດທະສາດໃໝ່ ແລະ ຕົກລົງເຫັນດີເຊີນຊູແອັດ ແລະແຟງລັງເຂົ້າຮ່ວມອົງການດັ່ງກ່າວ.

leftcenterrightdel
ກອງປະຊຸມສຸດຍອດອົງການສົນທິສັນຍາອັດລັງຕິກເໜືອ. ພາບ: ສໍານັກຂ່າວສານຫວຽດນາມ.

ນິຍາມຍຸດທະສາດໃໝ່ຂອງ NATO ກຳນົດໄພນາບຂູ່ ແລະ ສິ່ງທ້າທາຍຕົ້ນຕໍຂອງຄວາມໝັ້ນຄົງໃນພາກພື້ນ ແລະ ວາງອອກວິທີການແກ້ໄຂສິ່ງທ້າທາຍນັ້ນ. ຈຸດປະສົງຂອງການຍົກອອກນິຍາມຍຸດທະສາດແມ່ນເພື່ອແນໃສ່ກຳນົດທິດນະໂຍບາຍຂອງ NATO ໃນຊຸມປີຈະມາເຖິງ. NATO ກໍເພີ່ມທະວີດ້ານກຳລັງໃຫ້ຢູ່ໃນທ່າກຽມພ້ອມສູງ ດ້ວຍທະຫານກວ່າ 300.000 ຄົນ. ກ່ອນໜ້ານັ້ນ, ທ່ານ Jens Stoltenberg ເລຂາທິການໃຫຍ່ NATO ໃຫ້ຮູ້ວ່າ “ການອອກແບບການທະຫານສະບັບໃໝ່” ຈະ “ຍົກລະດັບຢ່າງແຮງ” ລະບົບປ້ອງກັນຕົວທາງທິດຕາເວັນອອກຂອງ NATO.

ແຫຼ່ງຄັດຈາກ vovworld.vn