ວັນທີ 15 ກຸມພາ, ກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ທ່ານ Seyed Abbas Araghchi, ລັດຖະມົນຕີການຕ່າງປະເທດ ໄດ້ເດີນທາງໄປ ສະວິດ ເພື່ອກະກຽມໃຫ້ການການເຈລະຈານິວເຄຼຍແບບທາງອ້ອມທີ 2 ກັບ ອາເມລິກາ. ຮອບເຈລະຈາຈະເລີ່ມດຳເນີນແຕ່ວັນທີ 18 ກຸມພາ, ພາຍຫຼັງເກືອບ 2 ອາທິດທີ່ດຳເນີນຮອບປຶກສາຫາລືທີ່ແກ່ຍາວເປັນເວລາ 1 ມື້ຢູ່ ໂອມານ ແຕ່ບໍ່ບັນລຸຂໍ້ຕົກລົງລະອຽດໃດໆ.
ໂອມານ ຈະສືບຕໍ່ເປັນກາງໄກ່ເກ່ຍຮອບເຈລະຈາຢູ່ນະຄອນ ເຊີແນວ, ປະເທດ ສະວິດ, ຄ້າຍຄືກັນກັບຮອບເຈລະຈາຄັ້ງທີ 1 ທີ່ຈັດຂຶ້ນໃນວັນທີ 06 ກຸມພາ. ທ່ານລັດຖະມົນຕີ Seyed Abbas Araghchi ຈະມີບັນດາການປຶກສາຫາລືສະເພາະກັບທ່ານລັດຖະມົນຕີການຕ່າງປະເທດປະເທດເຈົ້າພາບ ແລະທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA), ພ້ອມກັບເຈົ້າໜ້າທີ່ສາກົນຈຳນວນໜຶ່ງອີກ. ເຖິງຢ່າງໃດກໍ່ຕາມ, ແຈ້ງການຂອງກະຊວງການຕ່າງປະເທດ ອີຣານ ບໍ່ເຕື້ອງເຖິງເນື້ອໃນການປຶກສາຫາລື ກໍຄືຂອບເວລາຂອງການເຈລະຈາຢູ່ ສະວິດ.
ແຫຼ່ງຄັດຈາກ vovworld.vn
Type the code from the image