leftcenterrightdel
ທ່ານ Mahmoud Ali Youssouf, ປະທານຄະນະກຳມະການສະຫະພາບ ອາຟະລິກາ. ພາບ: REUTERS

ທີ່ພິທີໄຂກອງປະຊຸມສຸດຍອດສະຫະພາບ ອາຟະລິກາ ຄັ້ງທີ 39 ທີ່ຈັດຂຶ້ນໃນວັນທີ 14 ກຸມພາ ຢູ່ Ethiopia, ທ່ານ Mahmoud Ali Youssouf ຢືນຢັນວ່າ ກົດໝາຍສາກົນ ແລະ ກົດໝາຍວ່າດ້ວຍມະນຸດສະທຳສາກົນ ແມ່ນພື້ນຖານຂອງປະຊາຄົມສາກົນ, ພ້ອມກັນນັ້ນກໍ່ຮຽກຮ້ອງໃຫ້ ອິດສະຣາແອັນ ຍົກເລີກຄຳສັ່ງອາຍັດເຄື່ອງຊ່ວຍເຫຼືອມະນຸດສະທຳສົ່ງເຂົ້າເຂດດິນແດນຂອງ ປາແລັດສະຕິນ ທີ່ພວມຖືກຢຶດໄວ້. ຕາມທ່ານແລ້ວ, ການປະທະກັນຢູ່ເຂດ ກາຊາ ເຮັດໃຫ້ກວ່າ 72.000 ຄົນເສຍຊີວິດ, ເກືອບ 172.000 ຄົນຮັບບາດເຈັບ ແລະ ພວມສືບຕໍ່ເກີດຂຶ້ນພາຍຫຼັງ 4 ເດືອນທີ່ບັນລຸໄດ້ຂໍ້ຕົກລົງຢຸດຍິງ.

ແຫຼ່ງຄັດຈາກ: vovworld.vn