ຈີນ ຍົກເວັ້ນພາສີໃຫ້ 53 ປະເທດອາຟະລິກາ ແຕ່ເດືອນພຶດສະພາ
ໃນສານທີ່ສົ່ງໄປອວຍພອນກອງປະຊຸມສຸດຍອດສະຫະພາບ ອາຟະລິກາ ຄັ້ງທີ 39 ທີ່ຈັດຂຶ້ນຢູ່ Addis Ababa, Ethiopia, ວັນທີ 14 ກຸມພາ, ທ່ານ ສີຈິ້ນຜິ້ງ, ເລຂາທິການໃຫຍ່, ປະທານປະເທດຈີນ ຖະແຫຼງວ່າ ແຕ່ວັນທີ 1 ພຶດສະພາ, ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີສຳລັບ 53 ປະເທດ ອາຟະລິກາ ທີ່ມີການພົວພັນການທູດກັບປະເທດນີ້.
ພ້ອມກັນນັ້ນ, ຈີນ ກໍ່ຈະສືບຕໍ່ຊຸກຍູ້ການລົງນາມສັນຍາຄູ່ຮ່ວມມືເສດຖະກິດຮ່ວມ ແລະເປີດກວ້າງຄວາມສາມາດເຂົ້າເຖິງຕະຫຼາດໃຫ້ແກ່ບັນດາຜະລິດຕະພັນນຳເຂົ້າຂອງອາຟະລິກາ ສົ່ງໄປຈີນ ຜ່ານການຍົກລະດັບ “ເສັ້ນທາງສີຂຽວ” ຕື່ມອີກ.
ກໍ່ໃນສານສົ່ງເຖິງກອງປະຊຸມ, ທ່ານ ສີຈິ້ນຜິ້ງ ເນັ້ນໜັກວ່າ ຕໍ່ໜ້າສະພາບການສາກົນທີ່ສັບສົນ ແລະຂາດສະຖຽນລະພາບ, ຈີນ ຢືດໝັ້ນໃຫ້ຄຳໝັ້ນສັນຍາຮັກສາສັນຕິພາບໂລກ, ຊຸກຍູ້ການພັດທະນາລວມ ແລະ ສ້າງປະຊາຄົມແບ່ງປັນອະນາຄົດ.
ແຫຼ່ງຄັດຈາກ: vovworld.vn