leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ

ໃນຖະແຫຼງການອອກອາກາດທາງໂທລະພາບ, ທ່ານປະທານາທິບໍດີ Vladimir Putin ຊີ້ແຈ້ງວ່າ ລັດເຊຍ ຈະສືບຕໍ່ພັດທະນາ ແລະເພີ່ມທະວີບັນດາກຳລັງປະກອບອາວຸດໂດຍພິຈາລະນາເຖິງບັນດາໄພນາບຂູ່ ແລະຄວາມສ່ຽງບົ່ມຊ້ອນດ້ານການທະຫານ. ການນຳລັດເຊຍ ໃຫ້ຮູ້ຕື່ມອີກວ່າ Sarmat - ລູກສອນໄຟນຳວິຖີຂ້າມທະວີບ ເຊິ່ງຫາກໍ່ທົດລອງສຳເລັດ, ຈະໄດ້ປະກອບໃຫ້ກອງທັບປະເທດນີ້ໃນທ້າຍປີ 2022. ລູກສອນໄຟດັ່ງກ່າວສາມາດບັນຈຸ 15 ຫົວນິວເຄຼຍ.

ໃນວັນດຽວກັນ, ທ່ານເລຂາສະພາຄວາມໝັ້ນຄົງລັດເຊຍ Nikolai Patrushev ກ່າວເຕືອນວ່າ ສະຫະພາບເອີລົບ ແລະ ລິດວາ, ປະເທດສະມາຊິກໃນອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ກ່ຽວກັບຜົນເສຍຫາຍຕາມມາຢ່າງຮ້າຍແຮງເມື່ອ ລິດວາ ເກືອດຫ້າມການຂົນສົ່ງສິນຄ້າຂອງລັດເຊຍ ນອນໃນບັນຊີລາຍຊື່ຫ້າມຂອງ ອີຢູ ຜ່ານດິນແດນຂອງປະເທດນີ້ ໄປເຖິງ Kaliningrad.

ກ່າວຄຳເຫັນທີ່ກອງປະຊຸມຄວາມໝັ້ນຄົງພາກພື້ນຢູ່ Kaliningrad, ທ່ານ Nikolai Patrushev ຊີ້ແຈ້ງວ່າ ແນ່ນອນວ່າ ລັດເຊຍ ຈະໂຕ້ຕອບບັນດາການກະທຳຄືແນວນັ້ນ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ