leftcenterrightdel
ທຸງອົງການ NATO. ພາບ: Getty Images

ບົດລາຍງານກ່ຽວກັບຂັ້ນຕອນເຂົ້າເປັນສະມາຊິກ NATO ຕາມແຜນການຂອງ ແຟງລັງ ຈະໄດ້ສົ່ງເຖິງສະພາແຫ່ງຊາດແຟງລັງ ເມື່ອເອກະສານນີ້ ໄດ້ຮັບການຮັບຮອງຢູ່ກອງປະຊຸມຄົບຄະນະຂອງລັດຖະບານ.

ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ແຟງລັງ ໃຫ້ຂໍ້ສັງເກດວ່າ, ການເຂົ້າເປັນສະມາຊິກ NATO ເປັນທີ່ຈະແຈ້ງແລ້ວວ່າ “ຈະເພີ່ມທະວີ” ຄວາມໝັ້ນຄົງແຫ່ງຊາດຂອງ ແຟງລັງ. ຖ້າຫາກ ແຟງລັງ ເຂົ້າເປັນສະມາຊິກ NATO, ປະເທດນີ້ຈະຢຸດຕິນະໂຍບາຍເປັນກາງໃນຫຼາຍທົດສະວັດຜ່ານມາ. ແຟງລັງ ໃຫ້ຮູ້ວ່າການຕົກລົງນີ້ໄດ້ຍົກອອກມາເພື່ອແນໃສ່ສະແດງມີປະຕິກິລິຍາຕໍ່ບັ້ນການທະຫານພິເສດຂອງລັດເຊຍ ຢູ່ ຢູແກຼນ.

ແຫຼ່ງຄັດຈາກ: vovworld.vn