ສະຖານະ​ການອຸ​ທົກ​ກະ​ໄພ​ ໃນ​ປະ​ເທດ​ລະບຸວ່າ ເມື່ອບໍ່ດົນມານີ້, ລັດ​ອຸດຕຣາຊັນ ​ທາງ​ພາກ​ເໜືອ​ຂອງ ອິນ​ເດຍ ໄດ້ມີ​ຜູ້​ເສຍ​ຊີວິດ 46 ຄົນ ​ແລະສູນຫາຍ​ອີກ 11 ຄົນ. ໂດຍສະເພາະ ລັດ​ເກຣລະ ຊຶ່ງ​ຕັ້ງຢູ່​ແຄມ​ຝັ່ງ​ທາງພາກ​ຕາ​ເວັນ​ຕົກ ມີ​ຜູ້​ເສຍ​ຊີວິດ​ສະ​ສົມຢ່າງ​ໜ້ອຍ 39 ຄົນ ນັບ​ແຕ່​ອາທິດ​ຜ່ານ​ມາ.  ປັດຈຸບັນ, ​ຫລາຍ​ພື້ນ​ທີ່ພາຍ​ໃນ​ປະ​ເທດໄດ້ມີ​ປະລິມານ​ນໍ້າຝົນ​ສະ​ສົມຫລາຍ​ກວ່າ 400 ມິນ​ລິ​ແມັດ ນັບ​ຕັ້ງ​ແຕ່​ວັນ​ຈັນ​ ຜ່ານ​ມາ, ພ້ອມ​ກັນນັ້ນ ຍັງປະກາດເຕືອນ​ໃຫ້ປະຊາຊົນກຽມ​ຄວາມ​ພ້ອມ​ ເພື່ອຮັບ​ມື​ກັບ​ການ​ເກີດ​ດິນ​ເຈື່ອນ ​ແລະນໍ້າ​ຖ້ວມ​ຮຸນ​ແຮງ.

ແຫຼ່ງຄັດຈາກ: kpl.gov.la