ສະຫະພາບເອີລົບ (ອີຢູ) ໄດ້ສົ່ງອອກວັກຊິນກັນໂຄວິດ-19 ກວ່າ 1 ຕື້ໂດສ ໄປສູ່ກວ່າ 150 ປະເທດນັບແຕ່ເດືອນ ທັນວາ 2020. ວັນທີ 18 ຕຸລາ, ທ່ານນາງປະທານຄະນະກຳມະການເອີລົບ (EC) Ursula von der Leyen ໃຫ້ຮູ້ວ່າ: ອີຢູ ເລີ່ມສົ່ງອອກວັກຊິນກັນໂຄວິດ-19 ນັບແຕ່ເມື່ອໂລກເລີ່ມຜັນຂະຫຍາຍການສັກວັກຊິນໃນເດືອນ ທັນວາ 2020 ອີຢູ ໄດ້ສົ່ງອອກວັກຊິນ 87 ລ້ານໂດສ ຜ່ານກົນໄກຈັດແບ່ງວັກຊິນເຖິງບັນດາປະເທດມີລາຍຮັບປານກາງ ແລະຕ່ຳ ໂດຍສະຫະປະຊາຊາດເປັນຜູ້ປະສານງານຮ່ວມ (COVAX). ໃນຂະນະນັ້ນ, ວັກຊິນກັນໂຄວິດ-19 ທີ່ຍັງເຫຼືອສ່ວນຫຼາຍແມ່ນຕາມບັນດາສັນຍາເຊິ່ງບັນດາປະເທດອື່ນຈັດຊື້ ໂດຍໄດ້ຜະລິດຢູ່ ອີຢູ. ໃນຊຸມເດືອນຈະມາເຖິງ, ອີຢູ ຈະບໍລິຈາກວັກຊິນ 500 ລ້ານໂດສໃຫ້ແກ່ບັນດາປະເທດຖືກຄວາມສ່ຽງຈາກໂລກລະບາດ, ພ້ອມກັນນັ້ນກໍ່ຮຽກຮ້ອງໃຫ້ບັນດາປະເທດອື່ນພ້ອມກັນເພີ່ມທະວີການແບ່ງປັນວັກຊິນ.

ທ່ານນາງ Ursula von der Leyen ຢືນຢັນວ່າ, ຍາມໃດ ອີຢູ ກໍ່ແບ່ງປັນວັກຊິນຢ່າງສະເໝີພາບກັບບັນດາປະເທດໃນໂລກ, ຕາມນັ້ນແລ້ວ, ຈຳນວນວັກຊິນສົ່ງອອກແມ່ນທຽບເທົ່າກັບຈຳນວນວັກຊິນທີ່ໄດ້ນຳໃຊ້ໃນກຸ່ມ.

ແຫຼ່ງຄັດຈາກ: vovworld.vn