leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: CNN)

ອາເມລິກາ ຈະຊື້ວັກຊິນກັນໂຄວິດ-19 ຂອງ Pfizer ຕື່ມອີກ 500 ລ້ານໂດສ ເພື່ອໜູນຊ່ວຍໃຫ້ບັນດາປະເທດທີ່ມີລາຍຮັບຕ່ຳ. ການກະທຳຂອງອາເມລິກາ ໄດ້ດຳເນີນພາຍຫຼັງທີ່ການນຳຫຼາຍທ່ານໃນໂລກ ໄດ້ຮຽກຮ້ອງໃຫ້ອາເມລິກາ ມີການກະທຳຫຼາຍກ່ວາອີກ ເພື່ອແນໃສ່ຊຸກຍູ້ອັດຕາການສັກວັກຊິນໃນທົ່ວໂລກ.

ທ່ານປະທານາທິບໍດີ Joe Biden ປະກາດແຜນການນີ້ ຢູ່ກອງປະຊຸມໂຄວິດ-19 ແບບທາງໄກໂດຍທ່ານເປັນປະທານຢູ່ທຳນຽບຂາວ ທີ່ຈັດຂຶ້ນໃນວັນທີ 22 ກັນຍາ. ນະທີ່ນີ້, ທ່ານປະທານາທິບໍດີ Joe Biden ຮຽກຮ້ອງໃຫ້ບັນດາປະເທດ ຈົ່ງປະກອບສ່ວນເພື່ອແນໃສ່ປະຕິບັດເປົ້າໝາຍ 70% ປະຊາກອນໂລກໄດ້ສັກວັກຊິນກັນໂຄວິດ-19 ກ່ອນເດືອນກັນຍາຂອງປີ 2022. ທ່ານປະທານາທິບໍດີ Biden ກໍ່ຄາດຄະເນວ່າຈະຮຽກຮ້ອງໃຫ້ປະເທດອື່ນໆຕອບສະໜອງຄວາມຕ້ອງການຂອງບັນດາຜູ້ຕິດເຊື້ອພະຍາດໂຄວິດ-19 ຄື ປັບປຸງແຫຼ່ງສະໜອງອົກຊີແຊນ ແລະກຳລັງຄວາມສາມາດໃນການວິໄຈຫາເຊື້ອຂອງບັນດາປະເທດທຸກຍາກ.

ແຫຼ່ງຄັດຈາກ: vovworld.vn