ບົດລາຍງານຂອງອົງການຮ່ວມມື ແລະພັດທະນາເສດຖະກິດ (OECD) ໃຫ້ຮູ້ວ່າ: ເມື່ອປຽບທຽບກັບໄຕມາດສຸດທ້າຍຂອງປີ 2019, ໃນຂະນະທີ່ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງບໍ່ທັນແຜ່ລາມອອກສູ່ລະດັບທົ່ວໂລກ, GDP ຂອງບັນດາປະເທດ G20 ແມ່ນສູງກວ່າ 0.7% ໂດຍຈີນເປັນກຳລັງຫຼັກໃນການເຕີບໂຕ. ຈີນ ແລະ ຕວກກີ ແມ່ນສອງປະເທດທີ່ມີອັດຕາການຟື້ນຕົວສູງ ຄື: 8,2% ແລະ 8,8% ຕາມລໍາດັບ. ແນວໃດກໍ່ຕາມ, ບັນດາປະເທດສ່ວນຫຼາຍຍັງບໍ່ສາມາດກັບຄືນສູ່ອັດຕາການເຕີບໂຕກ່ອນເກີດພະຍາດລະບາດໄດ້. ເຫັນໄດ້ວ່າ ຫຼາຍປະເທດມີການຫຼຸດລົງຢ່າງຫຼວງຫຼາຍເມື່ອທຽບກັບກ່ອນໜ້ານັ້ນ ຄື: ອິນເດຍ -8,1%, ອັງກິດ -4,4% ແລະ ອີຕາລີ -3,85%.

ອາເມລິກາ ປະເທດເສດຖະກິດອັນດັບໜຶ່ງຂອງໂລກ ບັນລຸໄດ້ຈັງຫວະການເຕີບໂຕ 1,6%, ເພີ່ມຂຶ້ນເລັກໜ້ອຍ 0,1% ເມື່ອທຽບກັບໄຕມາດກ່ອນໜ້ານັ້ນ. ສະຫະພາບເອີຣົບ (EU) ບັນທຶກການເພີ່ມຂຶ້ນຂອງ GDP 2,1%, ຫຼັງຈາກຫຼຸດລົງ 0,1% ໃນໄຕມາດທຳອິດຂອງປີ 2021. ເຊັ່ນດຽວກັນ, GDP ຂອງເຢຍລະມັນ ເພີ່ມຂຶ້ນ 1,6% ໃນໄຕມາດທີສອງຂອງປີ 2021 ຫຼັງຈາກຫຼຸດລົງ 2% ໃນໄຕມາດກ່ອນ.

ໂດຍ: ປຊຊ