ວັນທີ 18 ກັນຍາ, ອົດສະຕາລີ ໃຫ້ຮູ້ວ່າ ປະເທດນີ້ສະແດງຄວາມເສຍດາຍກ່ຽວກັບເລື່ອງ ຝລັ່ງ ຕັດສິນຮຽກຕົວເອກອັກຄະລັດຖະທູດ ປະຈຳ Canberra ກັບເມືອປະເທດ ໂດຍກ່ຽວຂ້ອງເຖິງຂໍ້ຕົກລົງຄວາມໝັ້ນຄົງລະຫວ່າງ ອົດສະຕາລີ ກັບ ອາເມລິກາ ແລະ ອັງກິດ. ໃນຖະແຫຼງການສະບັບໜຶ່ງ, ໂຄສົກກະຊວງການຕ່າງປະເທດ ອົດສະຕາລີ ໄດ້ຊີ້ແຈ້ງວ່າ ປະເທດນີ້ສະແດງຄວາມເສຍດາຍກ່ຽວກັບເລື່ອງ ຝລັ່ງ ຕັດສິນຮຽກຕົວເອກອັກຄະລັດຖະທູດ ປະຈຳ ອົດສະຕາລີ ກັບເມືອປະເທດ. ອົດສະຕາລີ ຖືການພົວພັນກັບຝລັ່ງ ເປັນສຳຄັນ ແລະມີຄວາມຫວັງຢາກຮ່ວມມືກັບຝລັ່ງ ໃນຫຼາຍບັນຫາຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ອີງໃສ່ບັນດາຄຸນຄ່າລວມ. ກ່ອນໜ້ານັ້ນ, ທຳນຽບຂາວ ສະແດງຄວາມເສຍດາຍກ່ຽວກັບເລື່ອງ ຝລັ່ງ ຮຽກຕົວເອກອັກຄະລັດຖະທູດ ຝລັ່ງ ປະຈຳ ອາເມລິກາ ກັບເມືອປະເທດ ເພື່ອປຶກສາຫາລື, ພ້ອມທັງຢັ້ງຢືນ ອາເມລິກາ ຢາກແກ້ໄຂຄວາມເຄັ່ງຕຶງນີ້ຜ່ານຊ່ອງທາງການທູດ. ວໍຊິງຕັນ ມີຄວາມຫວັງຈະປຶກສາຫາລືກັບຝລັ່ງ ກ່ຽວກັບບັນຫາກໍ່ຄວາມເຄັ່ງຕຶງໃນປັດຈຸບັນຢູ່ລະດັບສູງໃນຊຸມວັນຈະມາເຖິງ, ນັບທັງໃນໄລຍະດຳເນີນສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ ໃນອາທິດໜ້າ.

ແຫຼ່ງຄັດຈາກ: vovworld.vn