leftcenterrightdel
ພາບປະກອບ: THX/ສໍານັກຂ່ວາສານຫວຽດນາມ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 9 ໂມງຂອງວັນທີ 18 ກັນຍາ (ຕາມເວລາຫວຽດນາມ), ໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 228,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 4,7 ລ້ານຄົນ. ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຕື່ມອີກ 560.000 ຄົນ ແລະກວ່າ 8.400 ຄົນເສຍຊີວິດ.

ວັນທີ 17 ກັນຍາ, ສະພາທີ່ປຶກສາເອກະລາດຂອງອົງການຄຸ້ມຄອງສະບຽງອາຫານ ແລະການຢາ ອາເມລິກາ (FDA) ໄດ້ປ່ອນບັດ ສະເໜີແນະການສັກວັກຊິນກັນໂຄວິດ-19 ເຂັມທີ 3, ເຂັມເພີ່ມເຕີມ, ຂອງ Pfizer/BioNTech ໃຫ້ແກ່ຜູ້ທີ່ມີອາຍຸແຕ່ 65 ປີຂຶ້ນໄປ ແລະບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງຕິດເຊື້ອສູງ. ໃນວັນດຽວກັນ, ທຳນຽບຂາວ ຈະປະກາດຈັດຕັ້ງກອງປະຊຸມສຸດຍອດໂຄວິດ-19 ທົ່ວໂລກ ໃນອາທິດຈະມາເຖິງ ເພື່ອແນໃສ່ຊອກຫາວິທີການຍູ້ແຮງບັນດາຄວາມມານະພະຍາຍາມສັກວັກຊິນກັນໂຄວິດ-19 ໃຫ້ແກ່ໂລກ. ມາຮອດປັດຈຸບັນ, ອາເມລິກາ ໄດ້ໜູນຊ່ວຍວັກຊິນກັນໂຄວິດ-19 ຈຳນວນ 140 ລ້ານໂດສ ໃຫ້ແກ່ບັນດາປະເທດ ແລະວາງຄາດໝາຍອາດຈະໜູນຊ່ວຍປະມານ 500 ລ້ານໂດສໃນປີນີ້ ແລະປີຕໍ່ໄປ.

ແຫຼ່ງຄັດຈາກ: vovworld.vn