leftcenterrightdel
ພາບປະກອບຄັດຈາກ: Reuters

ຄວາມຕ້ອງການນ້ຳມັນທົ່ວໂລກໄດ້ຫຼຸດລົງໃນ 3 ເດືອນຢ່າງລຽນຕິດໃນສະພາບການຈຳນວນຜູ້ຕິດເຊື້ອໂຄວິດ - 19 ໄດ້ເພີ່ມຂຶ້ນໃນ ອາຊີ ດ້ວຍລະດັບຫຼຸດລົງສະເລ່ຍປະມານ 310.000 ຖັງຕໍ່ວັນ. ແຕ່ຄວາມຕ້ອງການດັ່ງກ່າວອາດຈະເພີ່ມຂຶ້ນຄືເກົ່າ, ໂດຍຂຶ້ນເຖິງ 1,6 ລ້ານຖັງຕໍ່ວັນໃນເດືອນຕຸລາ ແລະ ສືບຕໍ່ເພີ່ມຂຶ້ນຈົນຮອດທ້າຍປີ 2021. ນີ້ແມ່ນຂໍ້ສັງເກດຂອງອົງການພະລັງງານສາກົນ (IEA) ຍົກອອກມາໃນວັນທີ 14 ກັນຍາ.

ອົງການ IEA ຄາດຄະເນວ່າຄວາມຕ້ອງການທົ່ວໂລກອາດຈະເພີ່ມຂຶ້ນ 5,2 ລ້ານຖັງຕໍ່ວັນໃນປີນີ້, ຫຼຸດລົງນ້ອຍໜຶ່ງເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ, ແຕ່ການເຕີບໂຕໃນປີ 2022 ຈະເພີ່ມຂຶ້ນນ້ອຍໜຶ່ງ, ປະມານ 3,2 ລ້ານຖັງຕໍ່ວັນ.

ແຫຼ່ງຄັດຈາກ: vovworld.vn