ເຈົ້າໜ້າທີ່ທຳນຽບປະທານາທິບໍດີທ່ານໜຶ່ງໄດ້ເປີດເຜີຍເຈດຈຳນົງດັ່ງກ່າວ ຂະນະໄດ້ຮັບຂໍ້ສະເໜີໃຫ້ວິຈານກ່ຽວກັບບັນດາຂ່າວລືວ່າອຳນາດການປົກຄອງຂອງທ່ານປະທານາທິບໍດີ Moon–Jae–In ພວມຊອກຫາວິທີການປະຕິບັດເຫດການເຕົ້າໂຮມກັນທາງອອນລາຍກັບ ສປປ.ເກົາຫຼີ ພາຍຫຼັງສາຍຕິດຕໍ່ພົວພັນລະຫວ່າງສອງຝ່າຍໄດ້ຮັບການຟື້ນຟູໃນວັນທີ 27 ກໍລະກົດ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ວັນທີ 28 ກໍລະກົດ, ທ່ານເລຂາຮັບຜິດຊອບວຽກງານການຂ່າວຂອງຫ້ອງວ່າການປະທານາທິບໍດີສ.ເກົາຫຼີ Park Soo Hyun ໃຫ້ຮູ້ວ່າ ເຊີອູນ ພວມພິຈາລະນາຈັດຕັ້ງບັນດາການໂອ້ລົມສົນທະນາທາງອອນລາຍກັບພຽງຢາງ ພາຍຫຼັງສອງປະເທດນີ້ຟື້ນຟູສາຍຕິດຕໍ່ພົວພັນລະຫວ່າງສອງຝ່າຍກ່ອນນັ້ນ 1 ວັນ. ທ່ານ Park Soo Hyun  ຖືວ່າ ການຟື້ນຟູສາຍຕິດຕໍ່ພົວພັນແມ່ນຂີດໝາຍເລີ່ມຕົ້ນໃຫ້ແກ່ວິວັດທະນາການປັບປຸງການພົວພັນສອງຝ່າຍ, ເຖິງຢ່າງໃດກໍ່ຕາມ, ວຽກນີ້ຍັງບໍ່ທັນພຽງພໍເພື່ອໃຫ້ທັງສອງຝ່າຍກ້າວເຂົ້າສູ່ການເຈລະຈາຢ່າງແທ້ຈິງ.

ແຫຼ່ງຄັດຈາກ: vovworld.vn