ທ່ານ Stoltenberg ຖືວ່າ ອາບການິດສະຖານ ພວມຕ້ອງປະເຊີນໜ້າກັບສະພາບການຄວາມໝັ້ນຄົງປະສົບກັບສິ່ງທ້າທາຍຫຼາຍຢ່າງເມື່ອກອງທັບຕ່າງປະເທດຖອນຕົວອອກຈາກປະເທດນີ້, ພ້ອມທັງຮຽກຮ້ອງໃຫ້ມີວິທີການແກ້ໄຂໂດຍຜ່ານການເຈລະຈາກັບຕາລີບານ. ທ່ານກໍໃຫ້ຮູ້ວ່າ ນາໂຕຈະສືບຕໍ່ໜູນຊ່ວຍອາບການິດສະຖານ, ລວມທັງດ້ານການເງິນ, ພົນລະເຮືອນ ແລະການບຳລຸງກໍ່ສ້າງຢູ່ຕ່າງປະເທດ.

leftcenterrightdel
ພົນທະຫານ NATO  ປະຈຳການຢູ່ Kabul, ອາບ​ກາ​ນິດ​ສະ​ຖານ ໃນວັນທີ 31 ພຶດສະພາ 2019. ພາບ: ສໍານັກຂ່າວສານຫວຽດນາມ.

ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ວັນທີ 27 ກໍລະກົດ, ລັດເຊຍ ແຈ້ງໃຫ້ຊາບວ່າ ພົນທະຫານປະມານ 1.000 ຄົນຂອງປະເທດນີ້ຈະເຂົ້າຮ່ວມການຊ້ອມຮົບຮ່ວມຢູ່ຕັດຈິກິດສະຖານ ໃນອາທິດໜ້າຢູ່ເຂດໃກ້ກັບຊາຍແດນອາບການິດສະຖານ. ການຊ້ອມຮົບດັ່ງກ່າວຈະດຳເນີນໃນລະຫວ່າງວັນທີ 5 ຫາວັນທີ 10 ສິງຫາ ໃນສະພາບການທີ່ຄວາມສະຫງົບຂອງອາບການິດສະຖານ ນັບມື້ນັບຂາດສະຖຽນລະພາບ.

ແຫຼ່ງຄັດຈາກ: vovworld.vn