leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ຕາມຜົນການສຳຫຼວດປະກາດວ່າ: ການເຄື່ອນໄຫວທຸລະກິດໃນເດືອນກໍລະກົດຢູ່ພາກພື້ນສະກຸນເງິນຮ່ວມເອີຣົບ (Eurozone) ໄດ້ເຕີບໂຕໃນອັດຕາໄວທີ່ສຸດໃນຮອບ 21 ປີຜ່ານມາ, ໃນທ່າມກາງເສດຖະກິດນີ້ດຳເນີນການເຄື່ອນໄຫວຢ່າງເຂັ້ມແຂງທີ່ສຸດ, ດ້ວຍການຫຼຸດຜ່ອນມາດຕະການປ້ອງກັນພະຍາດໂຄວິດ-19. ດັດຊະນີຄຸ້ມຄອງການຈັດຊື້ (PMI), ຂໍ້ມູນສະຫຼຸບຈາກກຸ່ມເສດຖະກິດ HIS Markit ສະແດງໃຫ້ເຫັນວ່າ ການເຄື່ອນໄຫວທຸລະກິດໄດ້ເຕີບໂຕຈາກ 59,5 ຈຸດໃນເດືອນມິຖຸນາ ຂຶ້ນມາເປັນ 60,6 ຈຸດໃນເດືອນກໍລະກົດ, ສູງກວ່າທຽບກັບລະດັບ 50 ຈຸດຊຶ່ງສະແດງໃຫ້ເຫັນການເຕີບໂຕ. ເຖິງຢ່າງໃດກໍ່ຕາມ, ຜົນການສຳຫຼວດຍັງໃຫ້ຮູ້ວ່າ: ການແຜ່ລະບາດຂອງໂຄວິດ-19 ສາຍພັນເດລຕາພວມສົ່ງຜົນກະທົບເຖິງຄວາມເຊື່ອໝັ້ນດ້ານທຸລະກິດ, ດ້ວຍຄວາມກັງວົນວ່າມາດຕະການຈຳກັດໃໝ່ນີ້ເພື່ອປ້ອງກັນພະຍາດອາດຈະເຮັດໃຫ້ເກີດຄວາມວຸ້ນວາຍໃນດ້ານພື້ນຖານເສດຖະກິດ.

ເນື້ອໃນ: ຂປລ