leftcenterrightdel
ພາບປະກອບຄັດຈາກ: independent.org.

ທ່ານ Roberto Cingolani ລັດຖະມົນຕີຫັນປ່ຽນຊີວະພາບຂອງອີຕາລີ ໃຫ້ຮູ້ວ່າ ຂໍ້ຕົກລົງນີ້ແມ່ນພື້ນຖານເປີດທາງໃຫ້ແກ່ກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP-26) ຄັ້ງທີ 26 ຈະດໍາເນີນໃນເດືອນ ພະຈິກ 2021 ຢູ່ Glasgow, ອັງກິດ. ເຖິງຢ່າງໃດກໍ່ຕາມ, ບັນດາລັດຖະມົນຕີຍັງບໍ່ທັນເຫັນດີເປັນເອກະພາບຕໍ່ເນື້ອໃນຂອງສັນຍາກ່ຽວຂ້ອງເຖິງການຈຳກັດພາວະອຸ່ນຂຶ້ນຂອງໜ່ວຍໂລກຈາກ 1,5 ມາເປັນ 2 ອົງສາ ເຊິ່ງສັນຍາປາຣີ ວາງອອກ ແລະໄດ້ຮັບການເຊັນອະນຸມັດຜ່ານຈາກເກືອບ 200 ປະເທດ. ສັນຍາປາຣີ ຮຽກຮ້ອງຈຳກັດອຸນຫະພູມຂອງໜ່ວຍໂລກຢູ່ໃນລະດັບ “ຕໍ່າກວ່າ 2 ອົງສາ” ແລະຢູ່ລະດັບ 1,5 ອົງສາຖ້າຫາກເປັນໄປໄດ້.

ໂດຍ: ໄຊນີດາ