leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ຕາມ​ຂໍ້​ມູນ​ຈາກກະຊວງ​ສາທາລະນະ​ສຸກອິນ​ໂດ​ເນ​ເຊຍ ​ເປີດ​ເຜີຍ​ໃນ​ວັນ​ທີ 22 ​ກໍລະກົດ 2021 ​ວ່າ: ຜູ້​ຕິດ​ເຊື້ອໂຄ​ວິດ-19 ​ໃນ​ຮອບ 24​ ຊົ່ວ​ໂມງທີ່​ຜ່ານ​ມາມີ​ຈຳນວນ 49.509 ຄົນ ສົ່ງ​ຜົນ​ໃຫ້​ຈຳນວນ​ຜູ້​ຕິດ​ເຊື້ອສະ​ສົມ​ເພີ່ມ​ຂຶ້ນ 3.033.339 ຄົນເປັນ​ຈຳນວນ​ສູງ​ສຸດໃນ​ກຸ່ມ​ປະ​ເທດອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ). ຂະນະ​ທີ່ການຕິດເຊື້ອພະຍາດໂຄວິດ-19 ໄດ້​ແຜ່​ລາມ​ໄປ​​ແລ້ວ 34 ​ແຂວງ​ຂອງ​ອິນ​ໂດ​ເນ​ເຊຍ. ສ່ວນ​ຜູ້​ເສຍ​ຊີວິດຈາກ​ການຕິດເຊື້ອພະຍາດໂຄວິດ-19 ລາຍ​ໃໝ່ມີ​ຈຳນວນ 1.449 ຄົນ ເຊິ່ງ​ເປັນ​ຈຳນວນສູງ​ທີ່​ສຸດນັບ​ຕັ້ງ​ແຕ່ມີ​ການ​ແຜ່​ລະບາດຕັ້ງ​ແຕ່​ປີ​ກາຍ​ນີ້ ສົ່ງ​ຜົນ​ໃຫ້​ຈຳນວນຜູ້​ເສຍ​ຊີວິດລວມທັງ​ໝົດ 79.032 ຄົນ​ເປັນ​ຈຳນວນ​ສູງ​ທີ່​ສຸດໃນ​ອາ​ຊຽນເຊັ່ນ​ກັນ.

ເນື້ອໃນ: ຂປລ