leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ສຳລັບລາຄາ​ສິນຄ້າ​ທີ່​ປັບ​ເພີ່ມ​ຂຶ້ນເປັນຕົ້ນແມ່ນສາລີ, ນ້ຳມັນ​ພືດ​ໄປ​ຈົນ​ເຖິງ​ນ້ຳຕານ ​ແລະລາຄາ​ສິນຄ້າ​ປະ​ເພດ​ອື່ນໆ​ເຮັດ​ໃຫ້​ຫລຸດຜ່ອນການ​ຂະຫຍາຍຕົວ​ຂອງ​ເສດຖະກິດບາງ​ປະ​ເທດທີ່​ພວມ​​ໄດ້​ຮັບ​ຜົນ​ກະທົບໂດຍ​ກົງ​ຈາກ​ການ​ແຜ່​ລະບາດ​ພະຍາດໂຄ​ວິດ-19 ​ເຖິງ​​ແມ່ນວ່າສະພາບ​ແວດລ້ອມ​ແບບ​ນີ້ຈະ​ມີ​ຜູ້​ສົ່ງ​ອອກ ​ແລະ​ຊາວກະສິກອນບາງ​ກຸ່ມ​ໄດ້​ຮັບປະ​ໂຫຍ​ດກໍ່ຕາມ. ດັດ​ຊະ​ນີລາຄາ​ອາຫານມາດຕະຖານ​ຂອງອົງການ​ອາຫານ ​ແລະກະສິກຳ​ຂອງ​ສະຫະ​ປະຊາ​ຊາດ​ ຫລື FAO​ ໄດ້​ຕິດຕາມການ​ເຄື່ອນ​ໄຫວຂອງ​ລາຄາ​ຊີ້ນ​ງົວ, ຜະລິດ​ຕະພັນ​ຈາກ​ນົມ, ທັນ​ຍະ​ພືດ, ນ້ຳມັນ​ພືດປັບ​ຕົວ​ຂຶ້ນ​ຢ່າງ​ຕໍ່​ເນື່ອງເປັນ 127,1 ສູງ​ກວ່າ​ປີ​ກ່ອນ​ໜ້າ​ນີ້ 40%.

ລາຄາ​ອາຫານ​ໂລກປັບ​ຕົວ​ຂຶ້ນຈາກ​ປັດ​ໄຈ​ຫລາຍ​ດ້ານທັງ​ຄວາມ​ຕ້ອງການ​ຈາກ ​ຈີນ ​ເຊິ່ງ​ເປັນ​ໜຶ່ງໃນ​ຜູ້ນຳ​ເຂົ້າອາຫານໃຫຍ່​ທີ່​ສຸດ​ໃນ​ໂລກ​ເພີ່ມ​ຂຶ້ນຫລາຍຍ້ອນ​ການ​ຟື້ນ​ຕົວ​ຂອງ​ເສດ​ຖະກິດຈີນ ​ໄວ​ກວ່າ​ທຸກ​ປະ​ເທດ​ໃນ​ໂລກ. ນອກຈາກ​ນີ້, ຍັງ​ມີ​ປັດ​ໄຈ​ເລື່ອງ​ຕົ້ນທຶນການ​ສົ່ງ​ອອກປັບ​ຕົວ​ເພີ່ມ​ຂຶ້ນ ແລະລະບ​ົບຕ່ອງ​ໂສ້​ການ​ສະໜອງ​ໄດ້​ຮັບ​ຜົນ​ກະທົບຈາກ​ການແຜ່​ລະບາດພະຍາດໂຄ​ວິດ-19 ​ລວມທັງ​ອີກ​ຫລາຍ​ປັດ​ໃຈອື່ນໆ ​ເຊັ່ນ: ຄວາມ​ຊັກ​ຊ້າໃນ​ການ​ເກັບ​ພືດ​ກະສິກຳ ​ແລະຜະລິດ​ຕະພັນ​ອ້ອຍທີ່​ຫລຸດ​ລົງໃນ​ບຣາຊິນ​ ​ແລະ​ຍັງ​ມີອີກ​ຫລາຍ​ປັດ​ໄຈໃນ​ການ​ຊຸກຍູ້​ໃຫ້ລາຄາ​ສິນຄ້າໃນ​ປະ​ເທດ​ອື່ນໆ ປັບ​ຕົວ​ເພີ່ມ​ຂຶ້ນໃນ​ຂະນະ​ນີ້​.

ເນື້ອໃນ: ຂປລ