ສະເພາະຢູ່ ຫວຽດນາມ, ຕາມຂ່າວພາກເຊົ້າວັນທີ 17 ພຶດສະພາ ຈາກກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເວລາ 18 ໂມງຂອງວັນທີ 16 ພຶດສະພາ ຫາເວລາ 6 ໂມງຂອງວັນທີ 17 ພຶດສະພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 37 ກໍລະນີ ເຊິ່ງລ້ວນແຕ່ແມ່ນບັນດາກໍລະນີທີ່ຢູ່ໃນເຂດແຍກຕົວ ແລະຈຳກັດບໍລິເວນ. ໄລ່ຮອດປັດຈຸບັນ, ຫວຽດນາມ ໄດ້ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີ 2.668 ຄົນ ໃນຈຳນວນຜູ້ຕິດເຊື້ອລວມທັງໝົດ 4.190 ຄົນ ແລະ ມີ 37 ຄົນເສຍຊີວິດ.

ແຫຼ່ງຄັດຈາກ: vovworld.vn