leftcenterrightdel
ເຫດບຸກໂຈມຕີ ຢູ່ ເຂດ ກາຊາ. (ພາບປະກອບ)

ວັນທີ 15 ພຶດສະພາ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງກໍ່ຄວາມລົ້ມຫາຍຕາຍຈາກຕໍ່ສາມັນຊົນຢູ່ເຂດກາຊາ ກໍຄືເຫດບຸກໂຈມຕີທາງອາກາດຂອງອິດສະຣາແອນ ໃສ່ອາຄານມີຫ້ອງການບັນດາສຳນັກສື່ມວນຊົນສາກົນ. ການນຳສະຫະປະຊາຊາດ ຢືນຢັນ ບັນດາການກະທຳໃຊ້ຄວາມຮຸນແຮງດັ່ງກ່າວແມ່ນລະເມີດກົດໝາຍສາກົນ ແລະ ຕ້ອງປະຊາຈາກສິ່ງດັ່ງກ່າວ.

ຕໍ່ຫນ້າສະພາບການເຄັ່ງຕຶງຢູ່ ຕາເວັນອອກກາງ, ມາເລເຊຍ ແລະ ອິນໂດເນເຊຍ ໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງ ສປຊ ແຊກແຊງ ແລະສະກັດກັ້ນບັນດາການບຸກໂຈມຕີ ຂອງອິດສະຣາແອນ ເຂົ້າເຂດກາຊາ.  ສ່ວນຢູ່ ຝລັ່ງ, ແບນຊິກ ແລະ ການາດາ ກໍ່ໄດ້ເກີດການແຫ່ຂະບວນຄັດຄ້ານການກະທຳດັ່ງກ່າວຂອງອິດສະຣາແອນ ເພື່ອແນໃສ່ຮຽກຮ້ອງຢຸດຕິການໃຊ້ຄວາມຮຸນແຮງຢູ່ເຂດກາຊາ.

ແຫຼ່ງຄັດຈາກ: vovworld.vn