leftcenterrightdel
ການແຫ່ຂະບວນປະທ້ວງສະພາບການໃຊ້ຄວາມຮຸນແຮງ ແລະ ເພີ່ມຄວາມໂກດແຄ້ນຕ້ານຊາວເຊື້ອຊາດ ອາຊີ ຢູ່ ອາເມລິກາ. ພາບ: THX/ສໍານັກຂ່າວສານຫວຽດນາມ.

ວັນທີ 3 ພຶດສະພາ, ໜັງສືພິມ New York Times ໃຫ້ຮູ້ວ່າ ກຸ່ມບັນດານັກທຸລະກິດອາເມລິກາ ເຊື້ອຊາດ ອາຊີ ມີຜົນສະທ້ອນທີ່ສຸດໄດ້ພ້ອມກັນອຸປະຖຳໃຫ້ໂຄງການທີ່ເຕັມໄປດ້ວຍຄວາມມັກໃຫຍ່ໄຟສູງ ເພື່ອແນໃສ່ຕ້ານສະພາບຈຳແນກການປະພຶດຕໍ່ຊາວເຊື້ອຊາດອາຊີ ທີ່ພວມເກີດຂຶ້ນໃນປັດຈຸບັນ. ຕາມບົດລາຍງານດັ່ງກ່າວແລ້ວ, ບັນດານັກທຸລະກິດນີ້ໄດ້ໃຫ້ຄຳໝັ້ນສັນຍາວ່າຈະອຸປະຖຳຈຳນວນເງິນ 125 ລ້ານ ໂດລາສະຫະລັດ ໃຫ້ແກ່ໂຄງການທີ່ມີຊື່ວ່າ ກອງທຶນຊາວ ອາເມລິກາ ເຊື້ອຊາດ ອາຊີ (Asian American Foundation), ພ້ອມທັງຂົນຂວາຍການອຸປະຖຳຈຳນວນເງິນ 125 ລ້ານ ໂດລາສະຫະລັດ ຕື່ມອີກ ຈາກບັນດາວິສາຫະກິດ ແລະ ອົງການຕ່າງໆຄື: Walmart, ທະນາຄານ ອາເມລິກາ (Bank Of America), ກອງທຶນ Ford ແລະ ສະມາຄົມ ບານບ້ວງ ແຫ່ງຊາດ ອາເມລິກາ (NBA).

ຂໍ້ລິເລີ່ມນີ້ໄດ້ຍົກອອກມາໃນສະພາບການກະແສການໃຊ້ຄວາມຮຸນແຮງເພື່ອຕ້ານຊາວເຊື້ອຊາດອາຊີ ຢູ່ ອາເມລິກາ ພວມເພີ່ມຂຶ້ນຢ່າງແຮງ. ໃນ 1 ປີທີ່ຜ່ານມາ, ອາດຊະຍາກຳໂກດແຄ້ນຊາວເຊື້ອຊາດອາຊີ ເພີ່ມຂຶ້ນຢ່າງແຮງຂຶ້ນເຖິງ 169%, ຕາມຕົວເລກຄົ້ນຄວ້າຂອງ ສູນຄົ້ນຄວ້າຄວາມໂກດແຄ້ນຍ້ອນການຈຳແນກການປະພຶດ ແລະ ລັດທິຫົວຮຸນແຮງຢູ່ມະຫາວິທະຍາໄລລັດ California.

ແຫຼ່ງຄັດຈາກ: vovworld.vn