leftcenterrightdel
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin. ພາບ: AP.

ທຳອິດ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin ມີການພົບປະກັບຄູ່ຕຳແໜ່ງອິດສະຣາແອັນ Benny Gantz. ໃນການພົບປະດັ່ງກ່າວ, ທ່ານ Lloyd Austin ເນັ້ນໜັກວ່າ ອາເມລິກາ ຖືການພົວພັນພັນທະມິດລະຫວ່າງ ອາເມລິກາ ແລະອິດສະຣາແອັນ ແມ່ນປັດໄຈຫຼັກແຫຼ່ງສຳລັບການປ້ອງກັນຄວາມໝັ້ນຄົງຂອງພາກພື້ນ. ສ່ວນທ່ານ Benny Gantz ຢັ້ງຢືນວ່າ ອິດສະຣາແອັນ ຖື ອາເມລິກາ ແມ່ນຄູ່ຮ່ວມມືຮອບດ້ານ ແລະຈະສົມທົບກັນຢ່າງແໜ້ນແຟ້ນໃນບັນຫາກ່ຽວກັບອີຣານ.

ການເດີນທາງໄປຕ່າງປະເທດຄັ້ງນີ້ຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ຖືກດຳເນີນໃນສະພາບການທີ່ຄວາມເຄັ່ງຕຶງລະຫວ່າງ ອິດສະຣາແອັນ ແລະ ອີຣານ ພວມເພີ່ມຂຶ້ນ ໃນຂະນະທີ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ພວມຊອກຫາວິທີນຳອາເມລິກາ ກັບຄືນສູ່ຂໍ້ຕົກລົງນິວເຄຼຍອີຣານ ທີ່ໄດ້ລົງນາມເມື່ອປີ 2015. ອິດສະຣາແອັນ ຄັດຄ້ານເຈດຈຳນົງຂອງອາເມລິກາ ກັບຄືນສູ່ຂໍ້ຕົກລົງນິວເຄຼຍກັບ ອີຣານ ຍ້ອນຖືວ່າ ຂໍ້ຕົກລົງດັ່ງກ່າວອາດຈະເປີດທາງໃຫ້ແກ່ ອີຣານ ພັດທະນາອາວຸດນິວເຄຼຍ ກໍຄືນາບຂູ່ຕໍ່ການຄົງຕົວຂອງອິດສະຣາແອັນ.

ແຫຼ່ງຄັດຈາກ: vovworld.vn