leftcenterrightdel
ລົດທະຫານ ພວມເຄື່ອນໄປຍັງເຂດ ລາດັກ ຂອງອິນເດຍ. ພາບ: ສໍານັກຂ່າວສານຫວຽດນາມ. 

ທີ່ການເຈລະຈາຮອບທີ 11 ພວມດຳເນີນຢູ່ຈູຊຸນ ໃນດິນແດນອິນເດຍ ລະຫວ່າງບັນດາຜູ້ບັນຊາກອງທັບອິນເດຍ ແລະ ຈີນເມື່ອວັນທີ 9 ເມສາ, ສອງຝ່າຍ ອິນເດຍ ແລະ ຈີນ ໄດ້ເຫັນດີຮັກສາສະຖຽນລະພາບໃນຂົງເຂດ ຫຼີກລ້ຽງການປະທະກັນລະຫວ່າງທະຫານຂອງສອງປະເທດ. ແຕ່ການເຈລະຈາຮອບຫຼ້າສຸດຍັງບໍ່ສາມາດສ້າງບາດກ້າວບຸກທະລຸ ແນໃສ່ແກ້ໄຂຄວາມເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງອິນເດຍ ແລະຈີນ ຢ່າງເຖິງຖອງ ກໍ່ຄືຟື້ນຟູສະພາບເດີມຄືກ່ອນເດືອນເມສາ ປີ 2020. ປັດຈຸບັນບັນຫາທີ່ຍັງຄົງຄ້າງລະຫວ່າງອິນເດຍ ແລະຈີນ ແມ່ນເລື່ອງຖອນທະຫານອອກຈາກບັນດາສະຖານທີ່ເກີດການປະທະກັນໃນເຂດຮອ໊ດສະປຣິງ, ໂກກະຣາ ແລະ ແດັບຊາງ ຢູ່ທາງທິດຕາເວັນອອກເຂດດິນແດນສະຫະພັນ ລາດັກ ຂອງອິນເດຍ. ສະຖານທີ່ເຫຼົ່ານີ້ແມ່ນນອນລຽບຕາມບໍລິເວນທາງຄວບຄຸມຕົວຈິງ.

ແຫຼ່ງຄັດຈາກ: vovworld.vn