leftcenterrightdel
ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ. ພາບ: vov.vn

ທີ່ວາລະປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຢູ່ມຽນມາ ລະງັບໃຈ, ຫຼີກລ່ຽງບໍ່ເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນຕື່ມ ແລະດຳເນີນການສົນທະນາມຸ່ງໄປເຖິງມາດຕະການແກ້ໄຂທີ່ເໝາະສົມ, ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍກໍ່ຄືຄວາມມຸ່ງມາດປາດຖະໜາ ແລະເຈດຈຳນົງຂອງປະຊາຊົນ.

ກໍ່ຕາມທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ແລ້ວ, ປະຊາຄົມສາກົນຄວນໜູນຊ່ວຍ ແລະສ້າງເງື່ອນໄຂສະດວກໃຫ້ແກ່ວິວັດການຫັນປ່ຽນປະຊາທິປະໄຕຢູ່ມຽນມາ; ເຄົາລົບຫຼັກການເອກະລາດ, ອະທິປະໄຕແຫ່ງຊາດ ແລະບໍ່ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດ; ພ້ອມທັງຮັບປະກັນຄວາມປອດໄພ, ການສໍາຜັດມະນຸດສະທຳ ແລະບັນດາການບໍລິການທີ່ຈຳເປັນໃຫ້ແກ່ປະຊາຊົນມຽນມາ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ, ຫວຽດນາມ ປາດຖະໜາວ່າ ມຽນມາ ຈະມີສະຖຽນລະພາບໂດຍໄວ, ເພື່ອການພັດທະນາຂອງມຽນມາ ກໍ່ຄືສັນຕິພາບ, ສະຖຽນລະພາບ, ການຮ່ວມມືໃນພາກພື້ນ ແລະຂະບວນການສ້າງປະຊາຄົມອາຊຽນ.

ໂດຍ: ທະນາພອນ