leftcenterrightdel
ພາບປະກອບຈາກ: kpl.gov.la

ກະຊວງ​ສາທາລະນະ​ສຸກ​ຂອງ ສ.​ເກົາຫລີ ​ເລີ່​ມສັກ​ວັກ​ຊິນ​ປ້ອງ​ກັນໂຄ​ວິດ-19 ​ໃຫ້​ແກ່​ປະຊາຊົນ ​ໂດຍ​ສະ​ເພາະ​ຜູ້​​ເບິ່ງ​ແຍງ​ຜູ້​ສູງ​ອາຍຸບໍ່​ເກີນ 65 ປີລວມ 5.266 ຄົນ​ ຈາກສູນ​ເບິ່ງ​ແຍງຜູ້​ສູງ​ອາຍຸ 213​ ແຫ່ງທົ່ວ​ປະ​ເທດເປັນ​ກຸ່ມ​ຄົນ​ທຳ​ອິດທີ່​ໄດ້​ຮັບ​ວັກ​ຊິນຢ່າງ​ເປັນ​ທາງ​ການ ໃນວັນ​ທີ 26 ​ກຸມພາ​ນີ້ ​ເປັນ​ວັກ​ຊິນທີ່​ຜະລິດ​ໂດຍບໍລິສັດ ​ແອ​ສຕຣາ​ເຊ​ເນ​ກາ-​ເອສ​ເຄ ​ໄບ​ໂອ ຂອງ​ ສ.​ເກົາຫລີ ​ໄດ້​ຮັບ​​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ຈາກ​ບໍລິສັດ ​ແອ​ສຕຣາ ​ເຊ​ເນ​ກາ ຮ່ວມ​ກັບ ມະຫາວິທະຍາ​ໄລ ອ໋ອກສຟອດ ຂອງ​ອັງກິດ. ຂະນະ​ທີ່ວັນ​ທີ 27 ກຸມພາ​ນີ້ ສ.​ເກົາ​ລີ ​ເລີ່​ມສັກ​ວັກ​ຊິນ​ອີກ 117.000 ຫລອດ ​ຂອງ​ໄຟ​ເຊີ/​ໄບ​​ໂອ ​ເອັນ​ເທ​ັກ ນຳ​ເຂົ້າມາ​ຈາກ​ຕ່າງປະ​ເທດ ​ໂດຍ​ບຸກຄະລາ​ກອນທາງ​ການ​ແພດ ​ແລະ​ເຈົ້າໜ້າ​ທີ່​ຮ່ວມ​ງງານປະມານ 55.000 ຈະ​ເປັນ​ກຸ່ມ​ຄົນ​ຫລັກ​ທີ່​ໄດ້​ຮັບ​ວັກ​ຊິນຊຸດ​ນີ້​ຂອງ​ໄຟ​ເຊີ/​ໄບ​ໂອ​ເອັນ​ເທັກ. ປັດຈຸບັນ ສ.​ເກົາຫລີ ມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ທັງ​ໝົດ​ 88.922 ຄົນ​ເພີ່ມ​ຂຶ້ນ 406 ຄົນ ​ໃນ​ຮອບ 24 ຊົ່ວ​ໂມງຫຼ້າ​ສຸດ ປິ່ນປົວ​ດີ​ແລ້ວ 79.880 ຄົນ ​ແ​ລະ ​ເສຍ​ຊີວິດ 1.585 ຄົນ ​ເພີ່ມ​ຂຶ້ນ 4 ຄົນ.

ໂດຍ: ຂປລ