ວັນທີ 24 ກຸມພາ, ທ່ານນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກລາວ  ໃຫ້ຮູ້ວ່າ ສຳລັບຜູ້ທີ່ເດີນທາງເຂົ້າມາ ສປປ ລາວ, ພິເສດແມ່ນກຳມະກອນກັບຄືນປະເທດຈະຕ້ອງຈຳກັດບໍລິເວນຈົນຄົບກຳນົດ 14 ວັນ ແລະຕ້ອງແທກອຸນຫະພູມຮ່າງກາຍ. ປະຈຸບັນມີຈຳນວນ 2.335 ຄົນຖືກຈຳກັດບໍລິເວນຢູ່ 27 ສູນໃນທ່ົວປະເທດລາວ.

leftcenterrightdel
ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ຜ່ານດ່ານຊາຍແດນສາກົນຈະໄດ້ແທກອຸນຫະພູມຮ່າງກາຍ, ຫຼັງຈາກນັ້ນຈະໄດ້ຮຽກຮ້ອງໃຫ້ລ້າງມືຂ້າເຊື້ອກ່ອນຈຶ່ງໃຫ້ເຂົ້າເມືອງ. ພາບ: ສຳນັກຂ່າວສານຫວຽດນາມ.

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຮຽກຮ້ອງໃຫ້ທຸກຄົນສືບຕໍ່ປະຕິບັດການລ້າງມືດ້ວຍເຈວລ້າງມື ແລະນຳໃຊ້ຜ້າອັດປາກ-ອັດດັງເມື່ອອອກໄປນອກ ແລະຢູ່ບ່ອນທີ່ມີຄົນຫຼາຍ. ໄລ່ມາຮອດວັນທີ 24 ກຸມພາ, ສປປ ລາວ ໄດ້ເກັບຕົວຢ່າງໃຫ້ 111.757 ຄົນທີ່ສົງໄສຕິດພະຍາດໂຄວິດ-19, ໃນນັ້ນມີ 45 ກໍລະນີທີ່ມີຜົນກວດເປັນບວກ ແລະໄດ້ປິ່ນປົວຫາຍດີແລ້ວ 42 ຄົນ.

ໂດຍ: ແສງເດືອນ