ຫລັງຈາກຫລາຍຄັ້ງທີເກີດຄວາມລ້າຊ້າ, ຊຶ່ງໂຄງການ 7 ໄລຍະການກໍ່ສ້າງນີ້ໄດ້ອະນຸມັດຜ່ານໃນຕົ້ນເດືອນ ກັນຍາ ປີ 2020 ດ້ວຍມູນຄ່າ 464 ຕື້ຣູເບີລ (6,27 ຕື້ໂດລາສະຫະລັດ). ພື້ນຖານເສດຖະກິດຣັດເຊຍ ຈະໄດ້ຮັບຜົນປະໂຫຍດຈາກການສ້າງທາງດ່ວນໃໝ່,  ບັນດາພື້ນຖານໂຄງລ່າງຂະໜາດໃຫຍ່ ​ເພື່ອການຕອບສະໜອງປະສິດທິຜົນທີ່ສຸດຕໍ່ວິກິດການ. ຄວາມຕ້ອງການທີ່ຈະສືບຕໍ່ກະຕຸ້ນເສດຖະກິດທີ່ອ່ອນແອ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບເຖິງການຕັດສິນໃຈຕໍ່ໂຄງການຂະໜາດໃຫຍ່ນີ້. ສຳລັບ ເສັ້ນທາງນີ້ຈະເຊື່ອມຕໍ່ເສັ້ນທາງຄວາມໄວສູງຕະຫລອດລະຫວ່າງ 4 ໃນຈຳນວນ 8 ຕົວເມືອງຂະໜາດໃຫຍ່ສຸດຂອງຣັດເຊຍ, ລວມມີ: Moskva, Samara-Togliatti, Nizhny Novgorod ແລະ Kazan, ສ້າງແຮງຂັບເຄື່ອນສຳລັບພາກພື້ນທີ່ມີການພັດທະນາໄວ. ເທິງເສັ້ນທາງມີການເກັບຄ່າທຳນຽມດ້ວຍຄວາມຍາວ 729 ກິໂລແມັດ, ໄລຍະເວລາເດີນທາງຈາກມົດສະກູ ໄປຍັງກາຊານ ໄດ້ຫລຸດເວລາລົງ ຍັງເຫລືອ 6,5 ຊົ່ວໂມງຈາກເດີມ 12-13 ຊົ່ວໂມງໃນປັດຈຸບັນເທິງເສັ້ນທາງ M7. ກ່ອນໜ້ານີ້ໂຄງການເສັ້ນທາງລົດໄຟຄວາມໄວສູງ ມົດສະກູ-ກາຊານ ໄດ້ຊັກຊ້າ ເນື່ອງຈາກຄ່າໃຊ້ຈ່າຍສູງເກີນໄປ.

ແຫຼ່ງຄັດຈາກ: ຂປລ