leftcenterrightdel
ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງໄກແບບເປີດເຜີຍເພື່ອປຶກສາຫາລືສະພາບການເຂດ Sahel ຢູ່ອາຟະລິກາ ແລະການເຄື່ອນໄຫວຂອງກໍາລັງຮ່ວມຕ້ານການກໍ່ການຮ້າຍລະຫວ່າງ 5 ປະເທດຢູ່ເຂດ Sahel. ພາບ: baoquocte.vn.

ຕາງໜ້າໃຫ້ອິນໂດເນເຊຍ ແລະຫວຽດນາມ, ສອງປະເທດສະມາຊິກຂອງອາຊຽນ ຢູ່ສະພາຄວາມໝັ້ນຄົງ ສປຊ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ແບ່ງປັນກັບບັນດາປະເທດກ່ຽວກັບບັນດາສິ່ງທ້າທາຍຄວາມໝັ້ນຄົງ, ການພັດທະນາ ແລະມະນຸດສະທໍາຢູ່ເຂດ Sahel.  ທ່ານ ດັ້ງດິ່ງກຸ໊ຍ ຮຽກຮ້ອງໃຫ້ທຸກຝ່າຍມານະພະຍາຍາມ, ສາມັກຄີກັນຕ້ານການກໍ່ການຮ້າຍ ແລະເນັ້ນໜັກວ່າຕ້ອງມີວິທີສໍາຜັດຮອບດ້ານໃຫ້ບັນດາປະເທດ Sahel ເພື່ອແນໃສ່ແກ້ໄຂບັນດາສາເຫດຂອງການກໍ່ການຮ້າຍຢ່າງເຖິງຖອງ, ໄປຄຽງຄູ່ກັບການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະການພັດທະນາ. ທ່ານເອກອັກຄະລັດຖະທູດ ກໍຖືວ່າ ແມ່ຍິງ ແລະຊາວໜຸ່ມຕ້ອງເປັນໃຈກາງຂອງທຸກຄວາມມານະພະຍາຍາມ, ສະໜັບສະໜູນການປະຕິຮູບສັງຄົມ, ຕ້ານພະຍາດໂຄວິດ-19 ແລະໜູນຊ່ວຍແບບຍືນຍົງໃຫ້ແກ່ກໍາລັງ G5-Sahel.

ໂດຍ: ໄຊຊະນະ