leftcenterrightdel
ການເຈລະຈາລະຫວ່າງຄະນະກຳມະການການທະຫານລວມລີບີ 5+5 ທີ່ໄດ້ດຳເນີນຢູ່ເຊີແນວ ໃນວັນທີ 23 ຕຸລາ ຜ່ານມາໄດ້ສິ້ນສຸດລົງດ້ວຍການບັນລຸໄດ້ຂໍ້ຕົກລົງຢຸດຍິງໃນໄລຍະຍາວຂອງບັນດາຝ່າຍໃນທົ່ວຜືນແຜ່ນດິນຂອງລີບີ. ພາບ: AFP

ໃນແຈ້ງການທີ່ໄດ້ເອົາລົງໃນສື່ສັງຄົມ facebook, ຄະນະໜູນຊ່ວຍຂອງ ສປຊ ຢູ່ລີບີ ຊີ້ແຈ້ງວ່າ: “ການເຈລະຈາລະຫວ່າງ ຄະນະກຳມະການການທະຫານລວມລີບີ 5+5 ທີ່ໄດ້ດຳເນີນຢູ່ເຊີແນວໃນວັນທີ 23 ຕຸລາ ຜ່ານມາໄດ້ສິ້ນສຸດລົງດ້ວຍການບັນລຸໄດ້ຂໍ້ຕົກລົງຢຸດຍິງໃນໄລຍະຍາວ ຂອງບັນດາຝ່າຍໃນທົ່ວຜືນແຜ່ນດິນຂອງລີບີ. ຜົນງານດັ່ງກ່າວແມ່ນບາດລ້ຽວສຳຄັນເພື່ອມຸ່ງໄປເຖິງສັນຕິພາບ ແລະສະຖຽນລະພາບ. ຂໍ້ຕົກລົງສະບັບດັ່ງກ່າວບັນລຸໄດ້ພາຍຫຼັງບັນດາການເຈະລຈາລະຫວ່າງຜູ້ຕາງໜ້າການທະຫານຂອງລັດຖະບານສາມັກຄີແຫ່ງຊາດລີບີ (GNA) ໄດ້ຮັບການສະໜັບສະໜູນຈາກສາກົນ ແລະຜູ້ຕາງໜ້າຂອງກຳລັງກອງທັບແຫ່ງຊາດລີບີ (LNA) ທີ່ມີສຳນັກງານຕັ້ງຢູ່ພາກຕາເວັນອອກປະເທດນີ້.

ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະແດງຄວາມຊົມເຊີຍຕໍ່ການລົງນາມໃນຂໍ້ຕົກລົງດັ່ງກ່າວ ແລະຖືວ່ານີ້ແມ່ນບາດກ້າວເດີນໃຫຍ່ເພື່ອມຸ່ງໄປເຖິງສັນຕິພາບ.

ແຫຼ່ງຄັດຈາກ: vovworld.vn