ກອງປະຊຸມ ໄດ້ຄົ້ນຄວ້າຕີລາຄາສູງຕໍ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ທີ່ມີຜົນສໍາເລັດເປັນຢ່າງດີ, ເຮັດໃຫ້ປະເທດຊາດ ສືບຕໍ່ຮັກສາ​ໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ຮັກສາໄດ້ຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະລະບອບປະຊາທິປະໄຕ ປະຊາຊົນ ​ໄວ້ໄດ້ຢ່າງໝັ້ນຄົງ ແລະໜັກແໜ້ນ; ເສດຖະກິດເຖິງວ່າ ບໍ່ບັນລຸ​ໄດ້ຕາມຄາດໝາຍແຜນການທີ່​ວາງ​ໄວ້ ແຕ່ກໍ່ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ; ບັນດາໂຄງການລົງທຶນໃຫຍ່ໆເຊັ່ນ: ໂຄງການສ້າງເສັ້ນທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນ, ໂຄງການພັດທະນາ ແລະຂຸດຄົ້ນພະລັງງານ-ບໍ່ແຮ່, ໂຄງການກໍ່ສ້າງເຂດເສດຖະກິດພິເສດ ຕິດ​ພັນ​ກັບ​ການຈັ​ດສັນຕົວ​ເມືອງ​ຊົນນະບົດ, ໂຄງການສົ່ງເສີມດ້ານການທ່ອງທ່ຽວ ແລະໂຄງການສຳຄັນອື່ນໆ ກໍໄດ້ສືບຕໍ່ຈັດຕັ້ງປະຕິບັດໄປຕາມແຜນທີ່ກໍານົດໄວ້; ການພັດທະນາທາງດ້ານພື້ນຖານວັດຖຸເຕັກນິກ, ທາງດ້ານວັດທະນະທຳ-ສັງຄົມ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ຮັບການພັດທະນາ ແລະເອົາໃຈໃສ່ແກ້ໄຂຢ່າງຕັ້ງໜ້າ ແລະມີຜົນສຳເລັດເປັນກ້າວໆ; ການ​ປະຕິບັດມາດຕະການຕ້ານ-ປ້ອງກັນພະຍາດໂຄວິດ-19 ​ ກໍ​ໄດ້​ດຳເນີນດ້ວຍຜົນສໍາເລັດໃນລະ​ດັບ​ດີ​ສົມຄວນ.

leftcenterrightdel
ກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ ສະໄໝທີ X  ໄດ້ດໍາເນີນແຕ່ວັນທີ 12-16 ຕຸລາ 2020 ຢູ່ນະຄອນຫຼວງວຽງຈັນ. ພາບ: pasaxon.org.la

ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ແລະລົງເລິກຄົ້ນຄວ້າ ເອກະສານທີ່ມີ​ຄວາມ​ສຳຄັນຍຸດທະສາດ ຈໍານວນໜຶ່ງ ດັ່ງນີ້: ຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາປະຈຳປີ 2020 ແລະ ທິດທາງແຜນການວຽກງານ ປະຈໍາປີ 2021. ກອງປະຊຸມເປັນເອກະພາບຕໍ່ບັນດາທິ​ດທາງມາດຕະການກະຕຸ້ນ ແລະຍູ້ແຮງການເຕີບໂຕຂອງເສດຖະກິດ-ສັງຄົມ ໂດຍສະເພາະໃນໄລຍະ ທີ່ເສດຖະກິດ ຖືກຜົນກະທົບຈາກພະຍາດໂຄວິດ-19 ​ໄດ້ພະຍາຍາມປັບປຸງສະພາບແວດລ້ອມຂອງການລົງທຶນ ໃຫ້ມີຄວາມສອດຄ່ອງ ແລະສືບຕໍ່ຍູ້ແຮງການຜະລິດ ເປັນສິນຄ້າຕາມທ່າແຮງຂອງແຕ່ລະຂະແໜງການ ​ແລະແຕ່ລະ​ທ້ອງ​ຖິ່ນ, ມີການປັບປຸງ​ການຄຸ້ມຄອງ ແລະສົ່ງ​ເສີມການຜະລິດສິນຄ້າ​ເພື່ອ​ຊົມ​ໃຊ້​ພາຍ​ໃນ ​ແລະສົ່ງອອກ ເພື່ອສ້າງລາຍຮັບແຫ່ງຊາດໃຫ້ເພີ່ມຂຶ້ນ, ເອົາໃຈໃສ່ແກ້ໄຂການເຄື່ອນໄຫວທຸລະກິດ, ການບໍລິການ, ການແບ່ງຂັ້ນຄຸ້ມຄອງ ແລະການປະສານງານລະຫວ່າງສູນກາງພັກທ້ອງຖິ່ນ ໃຫ້ມີຄວາມກົມກຽວຫລາຍຂຶ້ນ; ກົນ​ໄກ​ການ​ບໍລິຫານ​ທີ່​ມີຫລາຍ​ຂອດ​ຫລາຍ​ຂັ້ນ​ ເລີ່​ມມີ​ການ​ປັບປຸງ​ແກ້​ໄຂ; ສຸມໃສ່ແກ້ໄຂໜີ້ສິນສາທາລະນະ, ​ເລັ່ງປັບປຸງລັດວິສາຫະກິດຈຳນວນໜຶ່ງເຮັດໃຫ້ການດໍາເນີນທຸລະກິດມີປະສິດທິຜົນດີຂຶ້ນ, ລວມທັງເອົາໃຈໃສ່ສະກັດກັ້ນ ແລະແກ້ໄຂການຮົ່ວໄຫລຂອງງົບປະມານຢ່າງເຂັ້ມງວດ; ຄຸ້ມຄອງການປະຕິບັດລະບຽບລາຍຈ່າຍບໍລິຫານ ກໍຄືການລົງທຶນຂອງລັດ ຢ່າງມີຈຸດສຸມແນໃສ່ສ້າງການຫັນປ່ຽນ ທີ່ແທ້ຈິງໃນຊຸມປີຕໍ່ໜ້າ.

leftcenterrightdel
ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ ເປັນປະທານກອງປະຊຸມ. ພາບ: pasaxon.org.la

ກອງປະຊຸມໄດ້ປະກອບຄໍາເຫັນໃສ່ຮ່າງ​ລາຍ​ງານ​ການ​ເມືອງ ທີ່ຈະສະເໜີຕໍ່ກອງ​ປະ​ຊູ​ມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ໂດຍເນັ້ນ​ໜັກໃສ່ບັນ​ຫາທີ່​ເປັນທັດ​ສະ​ນະ​ພື້ນ​ຖານ, ລັກສະນະນໍາໜ້າຂອງພັກ, ການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ບັນຫາການຍຶດໝັ້ນ ແລະຜັນຂະຫຍາຍແນວທາງປ່ຽນແປງໃໝ່, ບັນຫາການປົກປັກຮັກສາໝາກຜົນຂອງການປະຕິວັດ, ສ້າງການ ຫັນປ່ຽນໃໝ່ໃນການພັດທະນາ, ການຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ການນຳ​ເອົາປະເທດຊາດຫລຸດພົ້ນອອກ ຈາກຄວາມດ້ອຍພັດທະນາ ແລະກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.

ກອງປະຊຸມ ຍັງໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລື ແລະໃຫ້ທິດຊີ້ນຳຕໍ່ການປັບປຸງຮ່າງກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ຂໍ້​ຕົກລົງວ່າດ້ວຍລະບອບ ແລະແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໃຫ້ສອດຄ່ອງ ​ແລະຮັບປະກັນ​ຫລັກການ​ນຳພາ​ຂອງ​ພັກ​ໃນສະພາບການໃໝ່, ຕີ​ລາຄາ ​ແລະໃຫ້ການ​ຊີ້​ນຳ ການ​ສືບຕໍ່​ກະ​ກຽມ, ດໍາ​ເນີນ​ກອງ​ປະຊຸມ​ໃຫຍ່ອົງຄະ​ນະ​ພັກ​ຂັ້ນ​ຕ່າງໆ ​ແລະກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ ຮັບປະກັນເຮັດໃຫ້ພັກ ມີຄວາມປອດໃສ-ເຂັ້ມແຂງ ແລະໜັກແໜ້ນ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ ໄດ້ເນັ້ນໜັກໃຫ້ທົ່ວພັກຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີເປັນ​ເອກະ​ພາບ, ເພີ່ມທະວີຄວາມເອົາໃຈໃສ່, ນໍາພາ-ຊີ້ນໍາປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ໃຫ້ສູງຂຶ້ນຕື່ມອີກ. ພ້ອມກັນສືບຕໍ່ກະກຽມຄວາມ​ພ້ອມດ້ານຕ່າງໆ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ກະຊວງ-ອົງການຢ່າງເປັນຂະບວນຟົດຟື້ນ, ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ​ ໃຫ້ມີຜົນສໍາເລັດຢ່າງຈົບງາມ.

ໂດຍ: ກວຽດເຕິມ