ວັນທີ 20 ກັນຍາ, ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ໄດ້ຖະແຫຼງບັນດາມາດຕະການລົງໂທດຂອງ ສປຊ ແນໃສ່ອີຣານ, ເຊິ່ງຕາມກຳນົດຈະໝົດອາຍຸໃນເດືອນຕຸລາຈະມາເຖິງ, ພັດມີຜົນສັກສິດຄືນໃໝ່ ແລະອາເມລິກາ ຈະຈັດວາງບັນດາຜົນຕາມມາຖ້າຫາກວ່າບັນດາສະມາຊິກສປຊ ບໍ່ປະຕິບັດຄຳສັ່ງລົງໂທດ.

leftcenterrightdel
ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ. ພາບ: AFP/TTXVN.

ກ່ອນໜ້ານັ້ນ, ໃນວັນທີ 16 ກັນຍາ, ອີຣານ ໄດ້ຮຽກຮ້ອງໃຫ້ສານຍຸຕິທຳສາກົນ (ICJ) ຂອງ ສປຊ ພິຈາລະນາບັນດາຄວາມມານະພະຍາຍາມຂອງເຕເຮຣານ ເພື່ອຕ່າວປີ້ນຄຳສັ່ງລົງໂທດຂອງອາເມລິກາ ທີ່ກ່ຽວຂ້ອງເຖິງບັນຫານິວເຄຼຍຂອງອີຣານ.

ແຫຼ່ງຄັດຈາກ vovworld.vn