leftcenterrightdel
ທ່ານ Peter Altmaier ລັດຖະມົນຕີເສດຖະກິດເຢຍລະມັນ. ພາບ: Reuters.

ເມື່ອຕອບສໍາພາດຕໍ່ນັກຂ່າວໜັງສືພິມ Bild am Sonntag (ຮູບພາບອາທິດ), ທ່ານ Peter Altmaier ຊີ້ແຈ້ງວ່າ: “ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພວກເຮົາສາມາດສະກັດກັ້ນທ່າຊຸດໂຊມເສດຖະກິດໄດ້ພາຍຫຼັງໄລຍະພັກແລ້ງ ແລະພື້ນຖານເສດຖະກິດເຢຍລະມັນ ຈະບັນລຸການເຕີບໂຕຄືນໃໝ່ ນັບແຕ່ເດືອນຕຸລາ”. ຄາດຄະເນວ່າ, ເສດຖະກິດເຢຍລະມັນ ຈະຫຼຸດລົງ 6% ໃນປີນີ້, ແຕ່ຈະບັນລຸການເຕີບໂຕສູງກວ່າ 5% ໃນປີໜ້າ. ທ່ານລັດຖະມົນຕີ Peter Altmaier ກໍໃຫ້ຮູ້ຕື່ມອີກວ່າສະພາບຕະຫຼາດແຮງງານກໍ່ຈະດີຂຶ້ນໃນທ້າຍປີນີ້, ພ້ອມທັງຖືວ່າ ອັດຕາວ່າງງານຈະບັນລຸລະດັບສູງສຸດໃນເດືອນ ຕຸລາ ຍ້ອນວິກິດການພະຍາດໂຄວິດ-19 ແລະຕົວເລກວ່າງງານຈະຄ່ອຍໆຫຼຸດລົງຫຼັງຈາກນັ້ນ.  ຕາມທ່ານແລ້ວ, ພະຍາດໂຄວິດ-19 ແມ່ນ “ການທົດລອງໃຫຍ່ສຸດ” ຕໍ່ກັບພື້ນຖານເສດຖະກິດເຢຍລະມັນ ຈົນມາຮອດປະຈຸບັນ.

ໂດຍ: ໄຊຊະນະ