ກ່າວຄໍາເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ທຸກກໍລະນີທີ່ຖືກສົງໄສຕິດເຊື້ອພະຍາດໂຄວິດ-19 ຢູ່ລາວ ລ້ວນແລ້ວແຕ່ໄດ້ຮັບການກວດຫາເຊື້ອພະຍາດ ໂຄວິດ-19 ເຊິ່ງຜົນອອກມາບໍ່ຕິດໄວຣັດ SARS-CoV-2. ບັນດາຂໍ້ມູນຂ່າວສານທາງສື່ສັງຄົມອອນໄລໃນ ສປປ ລາວ ທີ່ວ່າມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ໃນຊຸມວັນຜ່ານມານັ້ນລ້ວນແຕ່ແມ່ນຂ່າວປອມ.

leftcenterrightdel
ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ (ເບື້ອງຊ້າຍ) ພ້ອມກັບຜູ້ຕາງໜ້າກະຊວງສາທາລະນະສຸກລາວ ເປັນປະທານກອງປະຊຸມຖະແຫຼງຂ່າວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໃຫ້ຮູ້ວ່າ ນັບແຕ່ວັນທີ 19 ມີນາ 2020, ສປປ ລາວ ໄດ້ຍົກລະດັບການເຕືອນໄພສະກັດກັ້ນພະຍາດໂຄວິດ-19 ຂຶ້ນເປັນລະດັບສູງສຸດ. ບັນດາມາດຕະການສະກັດກັ້ນໄດ້ ແລະຈະຜັນຂະຫຍາຍເປັນຕົ້ນແມ່ນໃຫ້ນັກຮຽນນັບແຕ່ຂັ້ນອະນຸບານຈົນເຖິງມະຫາວິທະຍາໄລ ໂຈະການຮຽນການສອນໃນໄລຍະເວລາ 30 ວັນໂດຍເລີ່ມແຕ່ວັນທີ 20 ມີນາ 2020, ພ້ອມທັງໂຈະການອອກວີຊາກັບດ່ານທຸກໆປະເພດສຳລັບທຸກປະເທດຍົກເວັ້ນແຕ່ຜູ້ຖືໜັງສືຜ່ານແດນການທູດ ແລະລັດຖະການ. ນອກຈາກນີ້, ສປປ ລາວ ກໍປິດດ່ານທ້ອງຖິ່ນ ແລະດ່ານປະເພນີໃນຂອບເຂດທົ່ວປະເທດ, ພ້ອມທັງຈະພິຈາລະນາປິດດ່ານສາກົນໃນກໍລະນີທີ່ຈໍາເປັນ.

ໂດຍ: ໄຊຊະນະ