leftcenterrightdel
ທ່ານນາຍົກລັດຖະມົນຕີອັງກິດ Boris Johnson. ພາບປະກອບ: AFP/ສໍານັກຂ່າວສານຫວຽດນາມ. 

ວັນທີ 24 ມັງກອນ, ທ່ານປະທານຄະນະກຳມະການເອີລົບ Ursula von der Leyen ແລະ ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໄດ້ລົງນາມໃນຂໍ້ຕົກລົງ Brexit (ອັງກິດຖອນຕົວອອກຈາກສະຫະພາບເອີລົບ), ເປີດຊ່ອງທາງໃຫ້ລັດຖະສະພາເອີລົບ ຮັບຮອງເອົາຂໍ້ຕົກລົງດັ່ງກ່າວ. ພາຍຫຼັງພິທີລົງນາມ, ທ່ານນາຍົກລັດຖະມົນຕີອັງກິດ ໄດ້ຢືນຢັນວ່າ, ການຕົກລົງ ລົງນາມໃນສັນຍາ Brexit, ສຸດທ້າຍກໍ່ໄດ້ຮັບການປະຕິບັດບົນອີງໃສ່ການລົງປະຊາມະຕິເມື່ອປີ 2016 ແລະ ຊ່ວຍຢຸດຕິການໂຕ້ຖຽງກັນມາເປັນເວລາຫຼາຍປີພ້ອມກັບການແບ່ງແຍກ, ນີ້ແມ່ນຈຸດເວລາອັນດີງາມ. ທ່ານໃຫ້ຮູ້ວ່າ, ເຫດການດັ່ງກ່າວຈະເປັນການເປີດໜ້າປະຫວັດສາດໃໝ່ຂອງອັງກິດ. ຄາດວ່າ, ວັນທີ 29 ມັງກອນ ຈະມາເຖິງ, ເອກະສານກ່ຽວກັບ Brexit ຈະໄດ້ໃຫ້ສັດຕະຍາບັນທີ່ລັດຖະສະພາເອີລົບ. ຫຼັງຈາກນັ້ນ, ໃນວັນທີ 30 ມັງກອນ, ວົງການນັກການທູດບັນດາປະເທດສະມາຊິກຂອງສະຫະພາບເອີລົບ ຈະດຳເນີນການປ່ອນບັດກ່ຽວກັບມະຕິດັ່ງກ່າວ. ພາຍຫຼັງປະຕິບັດສຳເລັດບັນດາລະບຽບການທີ່ຈຳເປັນ, ອັງກິດ ຈະຖອນຕົວອອກຈາກສະຫະພາບເອີລົບ ໃນວັນທີ 31 ມັງກອນ 2020.

ແຫຼ່ງຄັດຈາກ: vovworld.vn