leftcenterrightdel
ທ່ານປະທານາທິບໍດີລັດເຊຍ Vladimir Putin. (ພາບ: AP)

ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຮຽກຮ້ອງຈັດກອງປະຊຸມສຸດຍອດລວມມີການນຳ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການປົກປ້ອງພື້ນຖານສັນຕິພາບຕໍ່ໜ້າສະພາບຂາດສະຖຽນລະພາບໃນໂລກ.

ວັນທີ 23 ມັງກອນ, ກ່າວຄຳເຫັນທີ່ພິທີອາໄລຫາ 75 ປີແຫ່ງວັນປົດປ່ອຍຄ້າຍເຕົ້າໂຮມຊາວຢິວ Auschwitz ຢູ່ Jerusalem, ທ່ານປະທານາທິບໍດີລັດເຊຍ Vladimir Putin ເນັ້ນໜັກວ່າ, ຍາມໃດໂລກກໍ່ຕ້ອງຈື່ຈຳໄວ້ວ່າການຂາດຄວາມສາມັກຄີຕໍ່ໜ້າບັນດາໄພນາບຂູ່ອາດຈະພາໄປເຖິງຜົນສະທ້ອນທີ່ຮ້າຍແຮງ. ເລື່ອງຈັດຕັ້ງກອງປະຊຸມສຸດຍອດດັ່ງກ່າວຈະແກ້ໄຂບັນດາສິ່ງທ້າທາຍ ແລະ ໄພນາບຂູ່.

ແຫຼ່ງຄັດຈາກ: vovworld.vn