leftcenterrightdel
ສປປ.ເກົາຫຼີ ປະກາດຈະຢຸດຕິການປະຕິບັດຕາມບັນດາຄຳໝັ້ນສັນຍາບໍ່ທົດລອງລຸກສອນໄຟ ແລະ ນິວເຄຼຍ. ພາບ: NK News.

ວັນທີ 21 ມັງກອນ, ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບການຫຼຸດຜ່ອນອາວຸດໂດຍ ສປຊ ອຸປະຖຳ, ທ່ານ Ju Yong – Chol ທີ່ປຶກສາຂອງຄະນະຜູ້ແທນ ສປປ.ເກົາຫຼີ ປະຈຳ ສປຊ ໄດ້ຍົກອອກຢ່າງຈະແຈ້ງວ່າບໍ່ມີເຫດຜົນໃດເຊິ່ງພຽງຢາງຕ້ອງປະຕິບັດຄຳໝັ້ນສັນຍາແບບພຽງລຳຟັງຝ່າຍດຽວ, ໃນຂະນະທີ່ຝ່າຍຍັງເຫຼືອບໍ່ເຄົາລົບຄຳໝັ້ນສັນຍາດັ່ງກ່າວ. ທ່ານ Ju Yong –Chol ກ່າວຫາວ່າ ວໍໍຊິງຕັນໄດ້ຈັດວາງບັນດາມາດຕະການລົງໂທດທີ່ຮ້າຍແຮງທີ່ສຸດຕໍ່ພຽງຢ່າງ. ເຈົ້າໜ້າທີ່ ສປປ.ເກົາຫຼີ ກໍ່ກ່າວເຕືອນວ່າຖ້າຫາກວ່າ ອາເມລິກາ ສືບຕໍ່ຮັກສານະໂຍບາຍເປັນປໍລະປັກຄືແນວນີ້ໄວ້ໃນອະນາຄົດການປອດນິວເຄຼຍໃນແຫຼມເກົາຫຼີແມ່ນບໍ່ມີວັນທີ່ຈະເກີດຂຶ້ນໄດ້.

ແຫຼ່ງຄັດຈາກ: vovworld.vn