leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ເວທີປາໄສເສດຖະກິດໂລກ ຄັ້ງທີ 50 (WEF 2020) ໄດ້ໄຂຂຶ້ນໃນວັນທີ 21 ມັງກອນ ຢູ່ນະຄອນ Davos, ປະເທດສະວິດ ໂດຍມີການເຂົ້າຮ່ວມຂອງຜູ້ແທນ 3.000 ຄົນທີ່ມາຈາກ 117 ປະເທດ, ໃນນັ້ນມີປະມຸກລັດ ແລະຜູ້ນຳລັດຖະບານ 53 ຄົນ…ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ນຳໜ້າເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ບັນດາຂໍ້ຕົກລົງໄດ້ຍົກອອກທີ່ WEF ຄັ້ງນີ້ ຈະຕັດສິນຊີ້ຂາດອະນາຄົດຂອງມວນມະນຸດ ແລະ WEF 50 ທີ່ພວມມານະພະຍາຍາມຫັນປ່ຽນ Davos ກາຍເປັນໜຶ່ງໃນບັນດາກອງປະຊຸມສາກົນຍືນຍົງທີ່ສຸດ. ເວທີປາໄສຊຸກຍູ້ພື້ນຖານ ເສດຖະກິດໝູນວຽນ, ລະບົບເສດຖະກິດເພື່ອແນໃສ່ລົບລ້າງສິ່ງເສດເຫຼືອ ແລະການນຳໃຊ້ຊັບພະຍາກອນຢ່າງຕໍ່ເນື່ອງ, ດ້ວຍວິທີຫຼຸດຜ່ອນນຳໃຊ້ ແລະຜະລິດຄືນໃໝ່ບັນດາວັດຖຸໃນວຽກງານພະລາທິການຂອງກອງປະຊຸມ. WEF 2020 ຈະຫຼຸດຈຳນວນຂີ້ເຫຍື້ອ ລົງ 25% ເມື່ອທຽບໃສ່ປີ 2019.

ແຫຼ່ງຄັດຈາກ: vovworld.vn