leftcenterrightdel
ທ່ານ Justin Trudeau ນາຍົກລັດຖະມົນຕີການາດາ. ພາບ: sggp.org.vn.

ໃນຈົດໝາຍອວຍພອນປີໃໝ່ທີ່ສົ່ງເຖິງສະມາຄົມການາດາ-ຫວຽດນາມ, ທ່ານ Justin Trudeau ນາຍົກລັດຖະມົນຕີການາດາ ຢັ້ງຢືນວ່າ ປີໃໝ່ແມ່ນກາລະໂອກາດລໍ້າເລີດ ເພື່ອຮັບຮູ້ບັນດາການປະກອບສ່ວນອັນຍິ່ງໃຫຍ່, ບໍ່ຢຸດຢັ້ງຂອງປະຊາຄົມຊາວການາດາ ທີ່ມີເຊື້ອຊາດຫວຽດນາມ ສໍາລັບປະເທດການາດາ ໃນທຸກຂົງເຂດ. ທ່ານ Justin Trudeau ໄດ້ສົ່ງຄໍາອວຍພອນປີໃໝ່ຈົ່ງປະສົບແຕ່ຄວາມໂຊກດີ ແລະວັດທະນາຖາວອນ ເຖິງປະຊາຄົມຊາວຫວຽດນາມ ອາໄສຢູ່ການາດາ ກໍ່ຄືຢູ່ທົ່ວໂລກ.

ຕາມທ່ານ Toronto Julie Nguyen ຜູ້ອໍານວຍການສະມາຄົມການາດາ-ຫວຽດນາມ ຢູ່ Toronto ແລ້ວ, ເຫດການບຸນປີໃໝ່ປະຈໍາຊາດປີນີ້ມີການເຂົ້າຮ່ວມຂອງໝູ່ເພື່ອນອາຊຽນ, ອາເມລິກາລາຕິງ ກໍ່ຄືຜູ້ຕາງໜ້າຂອງຫຼາຍລັດຖະບານ ແລະບັນດາວິສາຫະກິດ, ບັນດາໂຮງຮຽນ… ສິ່ງນີ້ໄດ້ສະແດງໃຫ້ເຫັນຄວາມເຕີບໃຫຍ່ເຂັ້ມແຂງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ການາດາ ກໍ່ຄືຄວາມເອົາໃຈໃສ່ນັບມື້ນັບສູງຂອງບັນດາຄູ່ຮ່ວມມືການາດາ ໃນບັນດາຂົງເຂດ. ຄື: ການແລກປ່ຽນການຄ້າ, ການລົງທຶນ ແລະການສຶກສາຕໍ່ກັບຫວຽດນາມ.

ໂດຍ: ຈາງຫງວຽນ