ຕາມແຈ້ງການແລ້ວ, ສອງຝ່າຍໄດ້ກວດກາຄືນບັນດາປັດໄຈທີ່ກ່ຽວຂ້ອງເຖິງວິກິດການຢູ່ລີບີ, ໃນນັ້ນລວມທັງວຽກງານກະກຽມໃຫ້ແກ່ກອງປະຊຸມສາກົນກ່ຽວກັບສະພາບການຢູ່ລີບີ ເຊິ່ງຈະຈັດຂຶ້ນຢູ່ ເຢຍລະມັນ ໃນວັນທີ 19 ມັງກອນ.

leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ Vladimir Putin. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບສະພາບການທີ່ກ່ຽວຂ້ອງເຖິງອີຣານ, ທ່ານປະທານາທິບໍດີ Vladimir Putin ແລະທ່ານປະທານ Michel ໄດ້ຢັ້ງຢືນຄືນໃໝ່ເຖິງຄວາມສໍາຄັນຂອງການສືບຕໍ່ຮັກສາຂໍ້ຕົກລົງແຜນການດໍາເນີນງານຮ່ວມຮອບດ້ານ JCPOA. ນອກຈາກນັ້ນກໍ່ໄດ້ປຶກສາຫາລືກ່ຽວກັບບັນຫາສະຖຽນລະພາບຢູ່ພາກພື້ນຕາເວັນອອກສ່ຽງໃຕ້ຂອງ ຢູແກຼນ, ໂດຍເນັ້ນໜັກວ່າບັນດາຝ່າຍທີ່ກ່ຽວຂ້ອງຕ້ອງປະຕິບັດຄົບຖ້ວນບັນດາຂໍ້ຕົກລົງເຊິ່ງບັນດາປະເທດຢູແກຼນ, ເຢຍລະມັນ, ຝລັ່ງ ແລະລັດເຊຍ ທີ່ໄດ້ເຫັນດີເປັນເອກະພາບກ່ອນໜ້ານັ້ນຢ່າງຄົບຖ້ວນ ແລະບໍ່ມີເງື່ອນໄຂ.

ແຫຼ່ງຄັດຈາກ: vovworld.vn