ເມື່ອໃຫ້ຄຳວິພາກຜ່ານຊ່ອງໂທລະພາບ “Rossiya - 1” ກ່ຽວກັບການພົວພັນໃນປັດຈຸບັນລະຫວ່່າງ ມົດສະກູ ແລະ NATO, ທ່ານ Shoigu ໃຫ້ຮູ້ວ່າ ປະມານ 5 ປີກ່ອນນີ້, ສອງຝ່າຍໄດ້ມີການຮ່ວມມືທີ່ຕັ້ງໜ້າພໍສົມຄວນຢູ່ Brussels ເມື່ອລັດເຊຍ ມີຜູ້ຕາງໜ້າຢູ່ NATO. ເຖິງຢ່າງໃດກໍ່ຕາມ, ມາຮອດປັດຈຸບັນ, ນັບມື້ນັບມີຫຼາຍປະເທດຄູ່ຮ່ວມມືຂອງລັດເຊີຍ ຢູ່ NATO ຖອນຕົວອອກຈາກບັນດາຂໍ້ຕົກລົງ. ສະນັ້ນ, ຂົງເຂດຄວາມໝັ້ນຄົງນັບມື້ນັບຖືກຮັດແຄບລົງ.

leftcenterrightdel
ທ່ານ Sergei Shoigu ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ການພົວພັນລະຫວ່າງລັດເຊຍ - NATO ຍິ່ງຮ້າຍແຮງຂຶ້ນຢ່າງວ່ອງໄວນັບແຕ່ປີ 2014  ເຊິ່ງກ່ຽວຂ້ອງເຖິງເລື່ອງໂຮມແຫຼມ Crimea ເຂົ້າດິນແດນລັດເຊຍ ແລະການປະທະກັນຢູ່ພາກຕາເວັນອອກ Ukaine, ຕາມນັ້ນແລ້ວ ຝ່າຍຕາເວັນຕົກຈັດວາງບັນດາຄຳສັ່ງລົງໂທດດ້ານເສດຖະກິດແນໃສ່ມົດສະກູ.

ແຫຼ່ງຄັດຈາກ: vovworld.vn