leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ແລະ ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Toshimitsu Motegi. ພາບ: Reuters.

ຕາມທ່ານ Morgan Ortagus ໂຄສົກລັດຖະມົນຕີການຕ່າງປະເທດອາເມລິກາ ແລ້ວ, ໃນການເຈລະຈາ, ທ່ານລັດຖະມົນຕີ  Mike Pompeo ໄດ້ຢັ້ງຢືນກໍາລັງແຮງຂອງການພົວພັນສໍາພັນທະມິດລະຫວ່າງ ອາເມລິກາ - ຍີ່ປຸ່ນຄືນໃໝ່ ແລະ ຢໍ້າຄືນເປົ້າໝາຍເຊິ່ງສອງປະເທດພ້ອມກັນແບ່ງປັນນັ້ນແມ່ນສ້າງແຫຼມເກົາຫຼີ ປອດນິວເຄຼຍຢ່າງສິ້ນເຊີງ ແລະ ສາມາດຢັ້ງຢືນກວດກາໄດ້ຢ່າງຄົບຖ້ວນ, ກໍຄືຄໍາໝັ້ນສັນຍາຂອງອາເມລິກາ ວ່າຈະສືບຕໍ່ຮ່ວມມືກັບ ລັດຖະບານຍີ່ປຸ່ນ ກ່ຽວກັບໂຄງການດໍາເນີນງານທີ່ກວ້າງໃຫຍ່ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາຂອງພາກພື້ນ ແລະ ທົ່ວໂລກ.

ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ເນັ້ນໜັກວ່າຕ້ອງດໍາເນີນການເຈລະຈາທີ່ມີລັກສະນະສ້າງສັນລະຫວ່າງຍີ່ປຸ່ນ ແລະ ສ.ເກົາຫຼີ, ກໍຄືການຮ່ວມມືກັບບັນດາຄູ່ຮ່ວມມື ແລະ ສໍາພັນທະມິດເພື່ອແນໃສ່ຮັບປະກັນອະນາຄົດໜຶ່ງທີ່ມີຄວາມເສລີ ແລະ ເປີດສໍາລັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.

ແຫຼ່ງຄັດຈາກ: vovworld.vn