leftcenterrightdel
ທ່ານນາງ Maria Fernanda Espinosa Garces, ອະດີດປະທານສະມັດຊາໃຫຍ່ສະຫະປະຊາຊາດ. ພາບ: THX/ສໍານັກຂ່າວສານຫວຽດນາມ.

ວັນທີ 16 ກັນຍາ, ທີ່ພິທີອັດກອງປະຊຸມຄັ້ງທີ 73 ຂອງສະມັດຊາໃຫຍ່ສະຫະປະຊາຊາດ, ທ່ານນາງ Maria Fernanda Espinosa Garces, ອະດີດປະທານສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ມອບຄ້ອນຕີເຊິ່ງແມ່ນສັນຍາລັກສິດອຳນາດໃຫ້ຜູ້ສືບທອດ Tijjani Muhammad Bande. ໃນບົດກ່າວປາໄສສຸດທ້າຍບົນຖານະຕຳແໜ່ງປະທານສະມັດຊາໃຫຍ່ຫະປະຊາຊາດ, ທ່ານນາງ Espinosa ສະແດງຄວາມຫວັງວ່າ ກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ ຈະສືບຕໍ່ຊຸກຍູ້ເປົ້າໝາຍປົກປ້ອງລັດທິຫຼາຍຝ່າຍ, ຮັບປະກັນຜົນປະໂຫຍດຢ່າງສະໜ່ຳສະເໝີໃຫ້ແກ່ປະຊາຊົນຢູ່ບັນດາປະເທດໃນໂລກ. ທ່ານນາງເນັ້ນໜັກວ່າ, ເພື່ອແກ້ໄຂທຸກບັນຫາຂອງໂລກໃນປະຈຸບັນຮຽກຮ້ອງຕ້ອງມີການຮ່ວມມືໃນຂອບເຂດທົ່ວໂລກ. ກ່າວຄຳເຫັນທີ່ພິທີອັດກອງປະຊຸມນີ້, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonia Gurerres ຕີລາຄາວ່າ, ທ່ານນາງ Espinosa ມີອາຍຸການບັນລຸຜົນສຳເລັດ, ສ້າງທ່ວງທ່າໃຫ້ແກ່ການເພີ່ມທະວີການມີໜ້າຂອງແມ່ຍິງໃນຊີວິດທາງດ້ານການເມືອງຂອງໂລກ, ກໍ່ຄືຊຸກຍູ້ຄວາມກ້າວໜ້າມຸ່ງໄປເຖິງຄວາມສະເໝີພາບລະຫວ່າງຍິງ - ຊາຍໃນທົ່ວໂລກ.

ແຫຼ່ງຄັດຈາກ: vovworld.vn